“ການຫຼຸດພົ້ນຈາກຄວາມທຸກຍາກ ແລະ ພາລະໜ້າທີ່ຂອງພັກການເມືອງ” ຖືກຍົກມາເປັນປະເດັນໃນການສົນທະນາ ແລະ ປຶກສາຫາລື ທີ່ ກອງປະຊຸມສໍາມະນາສາກົນທາງໄກຢູ່ແຂວງຟູຈ້ຽນ ສປ ຈີນ ໃນວັນທີ 12-13 ຕຸລາ 2020 ຊຶ່ງກອງປະຊຸມດັ່ງກ່າວຈັດໂດຍພັກກອມມູນິດຈີນ ໂດຍມີຜູ້ຕາງໜ້າພັກ ການເມືອງຈຳນວນ 400 ທ່ານ ຈາກ 100 ກວ່າປະເທດໃນໂລກ, ນອກນັ້ນ ຍັງມີສະຖານທູດຕ່າງປະເທດປະຈຳ ສປ ຈີນ, ຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນ ປະຈຳ ສປ ຈີນ, ສື່ີ ມວນຊົນບັນດາປະເທດກໍາລັງພັດທະນາ ແລະ ຜູ້ຊ່ຽວຊານຕ່າງໆ ໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກ ແລະ ເຂົ້າຮ່ວມຢູ່ສະຖານທີ່ຕົວຈິງ.
ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສຜ່ານວີດີໂອທາງໄກ ໃນພິທີເປີດກອງປະຊຸມດັ່ງກ່າວ ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ຫົວຂໍ້ຂອງກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນດ້ານຍຸດທະສາດ ທັງມີລັກສະນະສາກົນ, ເພາະການລຶບລ້າງ ຄວາມທຸກຍາກໃຫ້ແກ່ປະຊາຊົນແມ່ນໜຶ່ງໃນພາລະກໍາປະຫວັດສາດ, ທັງແມ່ນຄວາມຮັບ ຜິດຊອບ, ພັນທະ ແລະ ໜ້າທີ່ຂອງບັນດາພັກການເມືອງ ເພື່ອນໍາເອົາຄວາມຮັ່ງມີຜາສຸກໃຫ້ ແກ່ປະຊາຊົນ. ກອງປະຊຸມເປັນ ໂອກາດທີ່ດີໃຫ້ແກ່ບັນດາພັກ ການເມືອງໃນໂລກໄດ້ຮັບຊາບ ເຖິງຜົນສໍາເລັດ, ຄວາມຫຍຸ້ງ ຍາກໃນການແກ້ໄຂຄວາມທຸກຍາກຂອງບັນດາປະເທດ, ທັງເປັນໂອກາດດີໃນການເພີ່ມທະວີການແລກປ່ຽນບົດຮຽນຮ່ວມກັນ ໃນການແກ້ໄຂຄວາມ ທຸກຍາກ ແລະ ສ້າງຄວາມຮັ່ງ ມີຜາສຸກໃຫ້ແກ່ປະຊາຊົນ.
ນອກນັ້ນ, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ຍົກໃຫ້ເຫັນບົດຮຽນໃນການແກ້ໄຂຄວາມທຸກຍາກຂອງປະ ຊາຊົນຢູ່ ສປປ ລາວ ຊຶ່ງຍາມ ໃດພັກປະຊາຊົນປະຕິວັດລາວ ກໍຖືເອົາວຽກງານການລຶບລ້າງຄວາມທຸກຍາກ ແລະ ສ້າງ ຄວາມຜາສຸກໃຫ້ແກ່ປະຊາຊົນ ລາວບັນດາເຜົ່າເປັນວຽກບຸລິ ມະສິດອັນໜຶ່ງໃນການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ວຽກງານດັ່ງກ່າວໄດ້ ຮັບການຈັດຕັ້ງປະຕິບັດຢ່າງ ຕັ້ງ ໜ້າ ແລະ ປະສົບຜົນສໍາເລັດ ເປັນກ້າວໆມາ ພ້ອມນັ້ນ, ສະ ຫາຍເລຂາທິການໃຫຍ່ໄດ້ຕີລາຄາສູງຕໍ່ແນວຄວາມຄິດໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ທີ່ສະເໜີໂດຍສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ຊຶ່ງສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ ແລະ ຮຽກຮ້ອງໃຫ້ບັນດາພັກການເມືອງໃນໂລກ ຈົ່ງເພີ່ມທະ ວີການປະສານສົມທົບຊຶ່ງກັນ ແລະ ກັນ ແລະ ຮ່ວມມືກັນຢ່າງ ແໜ້ນແຟ້ນ ເພື່ອເຮັດໃຫ້ປະ ຊາຊົນຫຼຸດພົ້ນອອກຈາກຄວາມ ທຸກຍາກ ແລະ ກ້າວໄປສູ່ຄວາມ ຮັ່ງມີຜາສຸກ, ປະກອບສ່ວນສູ້ຊົນເຮັດໃຫ້ບັນດາເປົ້າໝາຍສະຫັດສະວັດແຫ່ງການພັດທະນາຂອງອົງການສະຫະປະຊາ ຊາດວາງໄວ້ບັນລຸຕາມຄາດໝາຍ.
ຂ່າວ-ພາບ: ຄຕພ

