ອຸບັດເຫດຕໍາແລ້ວໜີຢູ່ຕາມທ້ອງຖະໜົນຍັງມີໃຫ້ເຫັນເປັນປະຈໍາໂດຍສະເພາະຢູ່ຕາມເສັ້ນທາງປ່ຽວ ຫຼື ໃນເວລາກາງຄືນທີ່ບໍ່ມີພາຫະນະສັນຈອນຫຼາຍຈຶ່ງເຮັດໃຫ້ສະດວກໃນການໜີ ແຕ່ທ່ານຮູ້ບໍ່ວ່າການຕໍາແລ້ວໜີ ຖ້າຈັບໄດ້ຈະຖືກລົງໂທດແນວໃດ ?
ອິງຕາມປະມວນກົດໝາຍອາຍາ ຂອງ ສປປ ລາວ ໝວດ 3 ກ່ຽວກັບການກະທໍາຜິດຕໍ່ຊີວິດ, ສຸຂະພາບ ແລະ ກຽດສັກສີຂອງບຸກຄົນ ໃນມາດຕາ 146 ກ່ຽວກັບການຫຼົບໜີຈາກອຸບັດເຫດລະບຸໄວ້ວ່າ: ບຸກຄົນໃດຫາກໄດ້ເຮັດໃຫ້ເກີດອຸບັດເຫດ ຫຼື ມີສ່ວນພົວພັນໂດຍກົງທີ່ເຮັດໃຫ້ເກີດອຸບັດເຫດແລ້ວໜີ ຈະຖືກລົງໂທດຕັດອິດສະລະພາບ (ຕິດຄຸກ) ແຕ່ 1 ປີ ຫາ 3 ປີ ພ້ອມປັບໃໝເງິນ 3 ລ້ານ ຫາ 10 ລ້ານກີບ ເຂົ້າເງິນຄັງຂອງລັດ ນອກນັ້ນຍັງມີການເສຍທາງແພ່ງໃຫ້ຄູ່ກໍລະນີອີກດ້ວຍ ໂດຍສະເພາະແມ່ນຈ່າຍຄ່າຢາ, ຄ່າປ່ວຍການ, ຄ່າປົວແປງພາຫະນະ ແລະ ອື່ນໆຕາມການຕົກລົງກັນຂອງສອງຝ່າຍ ຫຼື ອາດຈະເສຍທາງແພ່ງເຖິງ 2 ເທົ່າຂອງມູນຄ່າເສຍຫາຍ.
ນອກນັ້ນຍັງມີໝວດ 2 ການກະທໍາຜິດກ່ຽວກັບຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ມາດຕາ 145 ກ່ຽວກັບການລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບັດເຫດ ຍັງລະບຸໄວ້ວ່າ: ບຸກຄົນໃດຫາກລະເມີດກົດຈະລາຈອນ ແລ້ວພາໃຫ້ເກີດອຸບັດເຫດເຮັດໃຫ້ຜູ້ອື່ນຖືກບາດເຈັບ ຈະຖືກປັນໃໝເງິນເຂົ້າລັດແຕ່ 1 ລ້ານ ຫາ 5 ລ້ານກີບ ພ້ອມທັງຈ່າຍຄ່າເສຍຫາຍຕ່າງໆໃຫ້ຄູ່ກໍລະນີ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ຜູ້ອື່ນບາດເຈັບສາຫັດ, ເຈັບຫຼາຍຄົນ, ເສຍອົງຄະ ຫຼື ພິການຈະຖືກລົງໂທດຕັດອິດສະລະພາບແຕ່ 6 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝເງິນເຂົ້າລັດແຕ່ 4 ລ້ານ ຫາ 15 ລ້ານກີບ ແລະ ຍັງຈະຈ່າຍໃຫ້ຄູ່ກໍລະນີນໍາອີກກ່ຽວກັບຈ່າຍຄ່າຢາ, ຄ່າປ່ວຍການ, ຄ່າປົວແປງພາຫະນະ ແລະ ອື່ນໆ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ 2 ປີ ຫາ 5 ປີ ແລະ ຈະຖືກປັບໃໝເງິນເຂົ້າລັດ ແຕ່ 5 ລ້ານ ຫາ 20 ລ້ານກີບ ແລະ ເສຍທາງແພ່ງກ່ຽວກັບຄ່າມ້ຽນຄາບສົບ ແລະ ອື່ນໆນໍາອີກໃຫ້ຄູ່ກໍລະນີ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ຄົນເສຍຊີວິດ 2 ຄົນຂຶ້ນໄປ ຈະຖືກລົງຖືກຕັດອິດສະລະພາບແຕ່ 5 ປີ ຫາ 10 ປີ ແລະ ຈະຖືກປັບໃໝເງິນເຂົ້າລັດ ແຕ່ 5 ລ້ານ ຫາ 50 ລ້ານກີບ ແລະ ເສຍທາງແພ່ງກ່ຽວກັບຄ່າມ້ຽນຄາບສົບ ແລະ ອື່ນໆນໍາອີກໃຫ້ຄູ່ກໍລະນີ.
ຂ່າວ: ວຽງຈັນທາຍ
ພາບ: ກູ້ໄພ 1623

