ຖວທ ໃຫ້ສືບຕໍ່ປິດຮ້ານບັນເທີງ, ຄາຣາໂອເກະ ເພື່ອປ້ອງກັນພະຍາດ ໂຄວິດ-19

ຖວທ ໃຫ້ສືບຕໍ່ປິດຮ້ານບັນເທີງ, ຄາຣາໂອເກະ ເພື່ອປ້ອງກັນພະຍາດ ໂຄວິດ-19

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງພະແນກ ຖວທ ນະຄອນຫຼວງ, ແຂວງ, ຫ້ອງການ ຖວທ ເມືອງ ແລະ ພາກສ່ວນກ່ຽວຂ້ອງ ທົ່ວປະເທດ ປະສານສົມທົບກັບກຳລັງປ້ອງກັນຄວາມສະຫງົບ ແລະ ຄະນະສະເພາະກິດນະຄອນຫຼວງ, ແຂວງ, ເມືອງ ໃຫ້ເຄື່ອນໄຫວຕິດຕາມກວດກາຮ້ານບັນເທີງ, ຄາຣາໂອເກະ ໃຫ້ສືບຕໍ່ປິດ, ຖ້າກວດພົບຮ້ານໃດລະເມີດແມ່ນໃຫ້ປະຕິບັດວິໄນຕາມລະບຽບການ.

 ຄະນະສະເພາະກິດ ໄດ້ແຈ້ງແນະນໍາອີກວ່າ: ການຈັດງານບຸນປະເພນີ ແລະ ເທດສະການຕ່າງໆ ໃຫ້ປະຕິບັດຕາມມາດຕະການປ້ອງກັນພະຍາດດັ່ງກ່າວ ທີ່ຄະນະສະເພາະກິດວາງອອກ ແລະ ເຂັ້ມງວດ ເຊັ່ນ: ແທກອຸນຫະພູມ, ໃສ່ຜ້າອັດປາກ-ດັງ, ໃສ່ເຈວລ້າງມື ແລະ ຫຼີກລ້ຽງຄວາມແອອັດ. ສະເພາະການຈັດງານດອງຊຶ່ງຫຼິກລຽງບໍ່ໄດ້ເພາະຫຼັງຈາກບຸນອອກພັນສາຈະມີບ່າວສາວຈັດງານດອງ ແລະ ຖືວ່າເປັນປະເພນີໜຶ່ງຂອງລາວ, ແຕ່ການຈັດງານດອງນັ້ນໃຫ້ເຈົ້າພາບຖືເອົາການສູ່ ຂວັນຕາມປະເພນີ ແລະ ຈົດທະບຽນສົມລົດເປັນຫລັກ, ສະເພາະງານລ້ຽງໃຫ້ຈັດແບບກະທັດຮັດ, ປະຢັດ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ອື່ນໆ.

 ສໍາລັບການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ລັດຖະບານລາວຍັງສືບຕໍ່ປ້ອງກັນການແຜ່ລະບາດນີ້ຢ່າງເຂັ້ມງວດ ເຖິງແມ່ນວ່າຢູ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອເພີ້ມຈາກພະຍາດດັ່ງກ່າວແລ້ວກໍ່ຕາມ, ແຕ່ບັນດາປະເທດໃນໂລກ ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ນີ້ຢູ່ ລວມທັງປະເທດທີ່ສາມາດຜະລິດວັກຊິນປ້ອງກັນພະຍາດນີ້ກໍ່ຍັງພົບການແຜ່ລະບາດຂອງພະຍາດນີ້ຢູ່,  ນອກນັ້ນຍັງພົບການແຜ່ລະບາດຂອງພະຍາດນີ້ຢູ່ບັນດາປະເທດທີ່ມີຊາຍແດນຕິດກັບລາວ ເຊັ່ນ: ມຽນມາ, ໄທ, ຫວຽດນາມ, ຈີນ ແລະ ກໍາບູເຈຍ.

 ຂ່າວ: ວຽງຈັນທາຍ

Related Articles

Leave a Reply