ທາງດ່ວນວຽງຈັນ-ວັງວຽງ ເປີດໃຫ້ສັນຈອນຟຣີ 2 ວັນ

ທາງດ່ວນວຽງຈັນ-ວັງວຽງ ເປີດໃຫ້ສັນຈອນຟຣີ 2 ວັນ

ບໍລິສັດຮ່ວມທຶນພັດທະນາ ທາງດ່ວນລາວ-ຈີນຈໍາກັດໃຫ້ຮູ້ວ່າ: ໃນໄລຍະວັນທີ 1 ຫາ 2 ທັນວາ 2020 ທີ່ຈະມາເຖິງນີ້ ຈະເປີດທາງດ່ວນວຽງຈັນ -ວັງວຽງ ໃຫ້ສັນຈອນຟຣີເພື່ອເປັນການ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ( 2 ທັນວາ 1975 – 2 ທັນວາ 2020), ທັງເປັນການສະຫຼອງການເປີດບໍລິການ ທາງດ່ວນດັ່ງກ່າວຢ່າງເປັນທາງການ ໃນວັນທີ 2 ທັນວານີ້.  ຮອດປັດຈຸບັນ ການກໍ່ສ້າງເສັ້ນ ທາງດັ່ງກ່າວສໍາເລັດແລ້ວເກືອບ 100 %, ໜ້າວຽກທີ່ເລັ່ງໃສ່ຍັງເຫຼືອແຕ່ ອາ ອະນາໄມ, ຕິດຕັ້ງປ້າຍ ແລະ ສ້ອມແຊມທາງໃນບາງຈຸດ.
ການກໍ່ສ້າງເສັ້ນທາງດັ່ງກ່າວ ມີມູນຄ່າການກໍ່ສ້າງ 1,3 ຕື້ໂດລາ, ມີຈຸດເລີ່ມຕົ້ນຢູ່ສາມແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຄວາມຍາວປະມານ 109 ກິໂລແມັດ, ກວ້າງທັງໝົດ 23 ແມັດ. ສໍາລັບຄ່າບໍລິການເສັ້ນທາງດັ່ງກ່າວຈາກນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງແຂວງວຽງຈັນ ແມ່ນປະມານ 60.000 ກວ່າກີບ.
ໂຄງການກໍ່ສ້າງທາງດ່ວນດັ່ງກ່າວແບ່ງອອກເປັນ 4 ໄລຍະ ຊຶ່ງທາງດ່ວນວຽງຈັນ ຫາວັງວຽງແມ່ນໄລຍະທີ 1, ໄລຍະທີ 2 ແມ່ນຈາກເມືອງວັງວຽງ ຫາ ແຂວງຫຼວງພະບາງ, ໄລຍະທີ 3 ຈາກແຂວງຫຼວງພະບາງ ຫາ ແຂວງອຸດົມໄຊ ແລະ ໄລຍະທີ 4 ຈາກແຂວງອຸດົມໄຊ ຫາ ຊາຍແດນບໍ່ເຕັນ ແຂວງຫຼວງນໍ້າທາ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply