ທີມງານຊ່ວຍເຫຼື່ອປະຊາຊົນ ຄະນະສັທທາ ພະລັງຄວາມສາມັກຄີ ຮ່ວມບຸນ ນຳໂດຍ ພຣະປຣີຊາ ທັມມະວົງສາຈະຣິຍາຈານ (ບຸນນຳທຳມະວົງ) ເຈົ້າຄະນະເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ນໍາເອົາເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ, ເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ນັກຮຽນ ຜູ້ທີ່ດ້ອຍໂອກາດ ຢູ່ເຂດຫ່າງໄກສອກຫຼີກ ບ້ານດອນຄູນ (ຄຸ້ມພູຫຼວງ) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຊຶ່ງໄດ້ຈັດກິດຈະກໍາແຈກຢາຍເຄື່ອງດັ່ງກ່າວເມື່ອບໍ່ດົນມານີ້ ທີ່ ບ້ານດອນຄູນ.
ເຄື່ອງທີ່ນໍາມາມອບໃນຄັ້ງນິ້, ໄດ້ຮັບຈາກການປຸກລະດົມ ຄະນະສັທທາ, ພໍ່ແມ່ປະຊາຊົນ, ບໍລິສັດຫ້າງຮ້ານ ອອກຕົນສັທທາ ຢູ່ບ້ານໃຫຍ່ຫ້ວຍຊາຍເໜືອ, ບ້ານໃຫຍ່ຫ້ວຍຊາຍໃຕ້ ເພື່ອນໍາມາບໍລິຈາກໃຫ້ແກ່ປະຊາຊົນ ແລະ ນັກຮຽນຊັ້ນປະຖົມ ໂດຍມີເຂົ້າສານ, ໝີ່ສໍາເລັດຮູບ, ອຸປະກອນກິລາ ແລະ ເຄື່ອງສຽງໂທລະໂຄ່ງ 1 ຊຸດ, ຜ້າຫົ່ມ 94 ຜືນ, ປື້ມຂຽນ 200 ຫົວ, ບິກ 75 ກ້ານ ສໍ 60 ກ້ານ, ປ໋ອງປາ 3 ຫີບ, ເຄື່ອງນຸ່ງຫົ່ມ 2 ເປົາ ແລະ ອື່ນໆ.
ຂ່າວ: ເງິນຫຼົງ ຈິດພູວົງ.

