ປະຊາຊົນລາວບັນດາເຜົ່າ ຮັບຮູ້ ແລະ ເຂົ້າໃຈຖືກຕ້ອງແລ້ວບໍ່ ກ່ຽວກັບສະພາແຫ່ງຊາດ ເຊັ່ນ: ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່? ກ່ອນການດຳເນີນການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ X ຈະມາເຖິງໃນມໍ່ໆນີ້.
ຄວາມຮັບຮູ້ ແລະ ເຂົ້າໃຈທີ່ຖືກຕ້ອງ ມີຄວາມສຳຄັນຫຼາຍ ຕໍ່ການປະກອບສ່ວນເຂົ້າໃນການປັບປຸງບູລະນະອົງການຕົວແທນ ໃຫ້ແກ່ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າໃຫ້ມີຄວາມເຂັ້ມແຂງ.
1. ສະພາແຫ່ງຊາດແມ່ນຫຍັງ ແລະ ມີທີ່ຕັ້ງ, ພາລະບົດບາດແນວໃດ?
ສະພາແຫ່ງຊາດ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອໍານາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດ ບາດ ຮັບຮອງເອົາລັດ ຖະທໍາມະນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ, ປະຕີບັດ ລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາ ອົງການລັດ.
– ທີ່ຕັ້ງ: ສະພາແຫ່ງຊາດ ແມ່ນ ອົງການຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດຂອງ
ປະຊາຊົນລາວບັນດາເຜົ່າ ໂດຍແມ່ນປະຊາຊົນລາວບັນດາເຜົ່າ ເປັນຜູ້ສ້າງຕັ້ງ ຜ່ານການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ; ສະພາແຫ່ງຊາດ ມີທີ່ຕັ້ງເປັນອົງການສູງສຸດແຫ່ງອຳນາດລັດ, ຍ້ອນວ່າ ສະພາແຫ່ງຊາດ ແມ່ນຕົວແທນແຫ່ງສິດອຳນາດຂອງ ປະຊາຊົນ ແລະ ມີແຕ່ສະພາແຫ່ງຊາດ ເທົ່ານັ້ນ ຈຶ່ງມີສີດພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງລັດຖະທຳມະນູນ ແລະ ກົດໝາຍ; ສະພາ ແຫ່ງຊາດ ມີທີ່ຕັ້ງເປັນອົງການນິຕິບັນຍັດ, ຍ້ອນວ່າ ສະພາແຫ່ງຊາດ ແມ່ນອົງການອຳນາດລັດ ເພື່ອ ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງລັດຖະທຳມະນູນ; ການສ້າງ ແລະ ປັບປຸງກົດ ໝາຍຂອງ ສປປ ລາວ.
– ພາລະບົດບາດ: ສະພາແຫ່ງຊາດ ມີພາລະບົດບາດ ຄື: (1) ພິຈາລະນາ ແລະ ຮັບຮອງເອົາ
ລັດຖະທຳມະນູນ ແລະ ກົດໝາຍ; (2) ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ (ບັນຫາ ສຳຄັນທາງດ້ານເສດຖະກິດ-ສັງຄົມ, ການປົກຄອງ ແລະ ບຸກຄະລາກອນ ທີ່ສຳຄັນຂອງບັນດາ ອົງການອຳນາດແຫ່ງລັດ) ແລະ (3) ຕິດຕາມກວດກາ ການເຄົາລົບ, ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດ.
2. ສະພາແຫງຊາດ ມີສິດ ແລະ ໜ້າທີ່ແນວໃດ?
ສະພາແຫ່ງຊາດ ມີສິດ ແລະ ໜ້າທີ່ລວມ ດັ່ງນີ້:
1. ສິດ ແລະ ໜ້າທີ່ ດ້ານນິຕິບັນຍັດ ແມ່ນການສ້າງ ແລະ ປົບປຸງລັດຖະທຳມະນູນ; ການສ້າງ ແລະ ປັບປຸງກົດໝາຍ; ການຕິດຕາມ ກວດກາ ແລະ ການໂຄສະນາ ເຜີຍແຜ່ ລັດຖະທຳມະນູນ ແລະ ກົດໝາຍ; ການປະຕິບັດສົນທິສັນຍາ ແລະ ສັນຍາສາກົນ.
2. ສິດ ແລະ ໜ້າທິ້ ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແມ່ນການພິຈາລະນາ ຕົກລົງບັນຫາສຳຄັນ ທາງດ້ານການເມືອງ-ການປົກຄອງ, ການບັນຈຸສັບຊ້ອນບຸກຄະລາກອນ ເພື່ອດຳລົງຕຳແໜ່ງ ໃນບັນດາອົງການອຳນາດລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ການພິຈາລະນາ ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານ ແລະ ແຜນ ເງິນຕາ 5 ປີ ແລະ ແຕ່ລະປີ; ພິຈາລະນາ ແລະ ຮັບຮອງເອົາ ບັນດາໂຄງການລົງທຶນຂະໜາດໃຫຍ່, ມີຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ອື່ນໆ.
3. ສິດ ແລະ ໜ້າທີ່ ດ້ານການຕິດຕາມກວດກາ ແມ່ນ ການດຳເນີນການປະເມີນຜົນ
ການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການອຳນາດລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ປະຕິບັດໜ້າທີ່ ຂອງບັນດາບຸກຄະລາກອນ ທີ່ສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ເລືອກຕັ້ງ ແລະ ພິຈາລະນາ ຮັບຮອງເອົາ ການແຕ່ງຕັ້ງ.
3. ສະພາແຫ່ງຊາດມີໂຄງປະກອບແນວໃດ?
ສະພາແຫ່ງຊາດ ມີ ໂຄງປະກອບ ດັ່ງນີ້:
1. ສະມາຊິກສະພາແຫ່ງຊາດ;
2. ຄະນະປະຈຳສະພາແຫ່ງຊາດ;
3. ປະທານ, ຮອງປະທານ ສະພາແຫ່ງຊາດ;
4. ກຳມາທິການສະພາແຫ່ງຊາດ;
5. ຫ້ອງວ່າການສະພາແຫ່ງຊາດ.
ແຫຼ່ງຂ່າວ: ຂັດຈ້ອນມາຈາກເອກະສານຂອງສະພາແຫ່ງຊາດ
ໂດຍ: ມະນີຈັນ

