ຖ້າເວົ້າເຖິງສະຖານທີ່ທ່ອງທ່ຽວຕາກອາກາດເພື່ອພັກຜ່ອນຍ່ອນອາລົມຂີ່ເຮືອຊົມທໍາມະຊາດແລ້ວ ນັກທ່ອງທ່ຽວຫຼາຍທ່ານຄືຊິ ບໍ່ ປະ ຕິເສດທີ່ຈະໄປທ່ອງທ່ຽວຕາກອາກາດຢູ່ ອ່າງນໍ້າຕຽນທີ່ເມືອງ ແລະ ແຂວງໄຊຍະບູລີ.
ອ່າງນໍ້າດັ່ງກ່າວຕັ້ງຢູ່ບ້ານໂນນສະຫວັນ ຫ່າງຈາກເທດສະບານເມືອງໄຊຍະບູລີ ໄປທາງທິດໃຕ້ປະມານ 6 ກິໂລແມັດ. ອ່າງນໍ້າຕຽນໄດ້ຖືກພັດທະນາຈາກອ່າງເກັບນໍ້າທໍາມະຊາດໃຫ້ກາຍມາເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ເຊິ່ງນອກຈາກນັກທ່ອງທ່ຽວ ຈະ ໄດ້ສໍາຜັດພົບພໍ້ກັບທິວທັດທໍາມະຊາດ ອັນ ສວຍງາມແລ້ວ ກໍ່ຍັງຈະໄດ້ຊົມຮອຍ ພຣະບາດທີ່ຫາຊົມໄດ້ຍາກ.
ພ້ອມດຽວກັນນີ້ຢູ່ບໍລິເວນອ່າງນໍ້າຕຽນຍັງມີສິ່ງອໍານວຍຄວາມສະດວກໄວ້ຮອງຮັບນັກ ທ່ອງທ່ຽວເຊັ່ນ: ຮ້ານອາຫານ, ເຮືອບໍລິການ ນໍາທ່ຽວ ແລະ ສູນອະນຸລັກຊ້າງໄວ້ສໍາລັບ ນັກທ່ອງທ່ຽວທີ່ມີຄວາມສົນໃຈໃນກິດຈະກໍາຂີ່ຊ້າງ ຫຼື ສຶກສາຂໍ້ມູນກ່ຽວກັບຊ້າງ. ແຕ່ແຕ່ລະປີ ຈະມີນັກທ່ອງທ່ຽວບໍ່ຕໍ່າກວ່າ 300.000 ຄົນທີ່ມາທ່ຽວຊົມຢູ່ອ່າງແຫ່ງນີ້.
ອ່າງນໍ້າຕຽນເປີດບໍລິການທຸກໆມື້ເລີ່ມແຕ່ເວລາ 8 ໂມງ 00 ຫາ 17 ໂມງ 00.
ຂ່າວ: ວຽງຈັນທາຍ
ພາບ: N’noiy Kml

