ທ່ານ ຄຳຫລ້າ ຍອຍສາຍຄໍາ ຖືກຄັດເລືອກເປັນປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງ ຖວທ ຊຸດທີ 8

ທ່ານ ຄຳຫລ້າ ຍອຍສາຍຄໍາ ຖືກຄັດເລືອກເປັນປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງ ຖວທ ຊຸດທີ 8

 ກອງປະຊຸມໃຫຍ່ຜູ້ແທນກໍາມະບານກະຊວງຖະ ແຫຼງຂ່າວ, ວັດທະນທຳ ແລະ ທ່ອງທ່ຽວ (ຖວທ) ທີ່ໄດ້ຈັດຂຶ້ນເມື່ອວັນທີ 1 ຕຸລາ 2020 ຜ່ານມາ ຢູ່ຫໍວັດທະນະທໍາແຫ່ງຊາດ, ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳມະບານກະຊວງ ຖວທ ຊຸດທີ 8 ຈໍານວນ 13 ທ່ານ ໃນຈຳນວນຜູ້ສະໝັກເລືອກຕັ້ງທັງໝົດ 19 ທ່ານ, ຍິງ 3 ທ່ານ.
 ຜົນການບ່ອນບັດໄດ້ເປັນເອກະສັນເລືອກເອົາ ທ່ານ ຄຳຫລ້າ ຍອຍສາຍຄໍາ ເປັນປະທານ ຄະນະບໍລິຫານງານສະຫະພັນກຳມະບານກະຊວງຖວທ, ທ່ານ ຄູນສະຫວັດ ຊຸ່ມມະນີວົງ, ທ່ານ ວຽງວັດທະນາ ຊະນະພານ ແລະ ທ່ານ ໄຊສົມບັດ ບູນນະຜົນ ເປັນຮອງປະທານ, ໃນນີ້ ເລືອກເອົາທ່ານ ຄູນສະຫວັດ ຊຸ່ມມະນີວົງ ເປັນປະທານກວດກາ ນອກຈາກນີ້ກອງປະຊຸມຍັງເລືອກເອົາຕົວແທນເຂົ້າຮ່ວມກອງປະຊຸມໃຫ່ຍສະຫະພັນກຳມະບານລາວ ຈຳນວນ 3 ທ່ານ, ສໍາຮອງ 2 ທ່ານ.
ໃນກອງປະຊຸມດັ່ງກ່າວໂດຍການເຂົ້າຮ່ວມຂອງກຳມະການສູນກາງພັກ ປະທານສູນກາງສະຫະພັນ ກຳມະບານລາວ ທ່ານ ປ້ານ ນ້ອຍມະນີ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດ ຖະມົນຕີກະຊວງ ຖວທ ທ່ານ ບົວເງິນ ຊາພູວົງ ພ້ອມດ້ວຍຜູ້ແທນສົມບູນທັງໝົດ 181 ທ່ານ ຍິງ 51 ທ່ານ ຊື່ງເປັນຕົວແທນໃຫ້ແກ່ສະມາຊິກກຳມະບານທົ່ວກະຊວງຖະ ແຫຼງຂ່າວ, ວັດທະນທຳ ແລະ ທ່ອງທ່ຽວ ທັງໝົດ 1.542 ທ່ານ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply