ນະຄອນປາກເຊ ອາດຈະປຽ່ນຊື່ມາເປັນ ນະຄອນຄຳໄຕ ສີພັນດອນ

ນະຄອນປາກເຊ ອາດຈະປຽ່ນຊື່ມາເປັນ ນະຄອນຄຳໄຕ ສີພັນດອນ

ຄະນະຈັດຕັ້ງສູນກາງພັກ ກຽມຄົ້ນຄວ້າປ່ຽນຊື່ນະຄອນປາກເຊ ແຂວງຈໍາປາສັກ ປ່ຽນຊື່ມາເປັນນະຄອນ ຄຳໄຕ ສີພັນດອນ.

ເພື່ອເຮັດໃຫ້ການປ່ຽນຊື່ນະຄອນ ດໍາເນີນໄປຢ່າງຖຶກຕ້ອງຕາມກົດຫມາຍ ແລະ ສອດຄ່ອງກັບນິຕິກໍາທີ່ ກ່ຽວຂ້ອງ, ຄະນະຈັດຕັ້ງສູນກາງພັກ ຂໍຖືເປັນກຽດແຈ້ງມາຍັງ ສະຫາຍ ເລຂາຄະນະພັກ, ປະທານຄະນະກໍາມະການ ປົກຄອງແຂວງຈໍາປາສັກ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງລຸ່ມນີ້:

1. ປະທານຄະນະກໍາມະການປົກຄອງແຂວງຈໍາປາສັກ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອກະກຽມ ຮອບດ້ານໃນການປ່ຽນຊື່ ນະຄອນປາກເຊ ເປັນ ນະຄອນ ຄໍາໄຕ ສີພັນດອນ.

2. ກະກຽມເອກະສານ ແລະ ຂໍ້ມູນຕ່າງໆ ທີ່ຈໍາເປັນເພື່ອຮ່າງບົດວິພາກໃນການປ່ຽນຊື່ນະຄອນ.

3. ປະທານຄະນະກໍາມະການປົກຄອງແຂວງຈໍາປາສັກ ສະເໜີການປ່ຽນຊື່ນະຄອນ ຕໍ່ສະພາປະຊາຊົນແຂວງ ຈໍາປາສັກ ເພື່ອພິຈາລະນາຮັບຮອງ.

4. ພາຍຫຼັງສະພາປະຊາຊົນແຂວງຈໍາປາສັກ ຮັບຮອງແລ້ວ, ປະທານຄະນະກໍາມະການປົກຄອງແຂວງຈໍາປາສັກ ສະເໜີການປ່ຽນຊື່ນະຄອນ ຫາລັດຖະບານ ໂດຍຜ່ານຄະນະຈັດຕັ້ງສູນກາງພັກ ເພື່ອພິຈາລະນາ.

Related Articles

Leave a Reply