ອົງການປົກຄອງນະຄອນຫລວງວຽງຈັນ ແຈ້ງໃຫ້ຮູ້ວ່າ: ນະຄອນຫລວງວຽງຈັນເລັ່ງແກ້ໄຂບັນຫາສາຍໄຟ, ໂທລະຄົມ, ອິນເຕິເນັດ, ໂທລະສັບ, ສາຍເຄເບີນ ແລະ ສາຍອື່ນໆ ທີ່ແລ່ນ ຫຼື ເກາະຫ້ອຍຢູ່ຕາມເສົາໄຟຟ້າ ບາງບ່ອນມີສາຍຂາດ, ສາຍຍານ, ບາງສາຍບໍ່ໄດ້ນໍາໃຊ້ແລ້ວແຕ່ບໍ່ມີການຮື້-ຖອນອອກ ຊຶ່ງບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງຕ່າງໆ ແລະ ໄດ້ກໍ່ໃຫ້ເກີດອຸປະຕິເຫດ ໂດຍສະເພາະມີການເກາະຄໍຜູ້ຂັບຂີ່ລົດຈັກ ແລະ ລົດຖີບ.
ການເເກ້ໄຂ ຫຼື ປັບປຸງບັນດາສາຍດັ່ງກ່າວທີ່ບໍ່ເປັນລະບຽບນີ້ ແມ່ນເພື່ອປະຕິບັດຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ.
ຜ່ານມານະຄອນຫລວງ ໄດ້ສຳເລັດການແກ້ໄຂບັນຫາສາຍດັ່ງກ່າວທີ່ບໍ່ເປັນລະບຽບ ແລ້ວຢູ່ 4 ເສັ້ນທາງຄື: ເສັ້ນທາງສຸພານຸວົງ, ເສັ້ນທາງເຈົ້າອະນຸວົງ, ເສັ້ນທາງໄກສອນພົມວິຫານ ແລະ ເສັ້ນທາງ 13 ເໜືອ ໂດຍໄດ້ຜູກມັດບັນດາຊຸມສາຍທີ່ຂາດຢ່ອນຍານເຂົ້າກັນ ໂດຍມີການຮ່ວມມືກັບ ບັນດາບໍລິສັດທີ່ໃຫ້ບໍລິການໂທລະຄົມມະນາຄົມ ໄຟຟ້າ ນະຄອນຫລວງ, ໂຄງການສື່ສານຮັບໃຊ້ການນຳ ແລະ ບໍລິສັດເຄເບີນໃຊ້ສາຍ.
ຂ່າວ: ວຽງຈັນທາຍ

