ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາຊຸດທີ 9 ເຂດ 1 ນະຄອນຫຼວງວຽງຈັນ ລວມທັງໝົດ 23 ທ່ານໄດ້ເລັ່ງລົງເຄື່ອນໄຫວຫາສຽງຢູ່ບັນດາ 9 ຕົວເມືອງກ່ອນທີ່ຈະມີພິທີປ່ອນບັດເລືອກຕັ້ງໃນວັນທີ 21 ກຸມພາ 2021 ທີ່ຈະມາເຖິງນີ້ໃນຂອບເຂດທົ່ວປະເທດ ຊຶ່ງນະຄອນຫຼວງວຽງຈັນ ຜູ້ມີສິດປ່ອນບັດເລືອກຕັ້ງດັ່ງກ່າວມີທັງໝົດ 600.288 ຄົນ (ຍິງ 304.528 ຄົນ) ໂດຍມີໜ່ວຍເລືອກຕັ້ງທັງໝົດ 839 ໜ່ວຍ ມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 23 ທ່ານ ເລືອກເອົາ 18 ທ່ານ.
ສະເພາະກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີຜູ້ລົງຮັບສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ 9 ເຂດ 1 ນະຄອນຫລວງວຽງຈັນ ຢູ່ ກຸ່ມ 4 ໄດ້ລົງແນະນໍາຕົວ ແລະ ພົບປະຜູ້ມີສິດເລືອກຕັ້ງຢູ່ຫໍວັດທະນະທໍາແຫ່ງຊາດ ເມື່ອວັນທີ 18 ກຸມພາ 2021ນີ້ ຊຶ່ງນໍາໂດຍທ່ານເກດແກ້ວ ສີຫາລາດ ຜູ້ສະໝັກໝາຍເລກ 5 ພອ້ມດ້ວຍຜູ້ລົງຮັບສະໝັກລົງເລືອກຕັ້ງໝາຍເລກ 7 ທ່ານຄໍາໄຊ ອຸ່ນມີໄຊ, ໝາຍເລກ12 ທ່ານນາງສົມພຽນ ວົງໄຊ, ໝາຍເລກ16 ທ່ານຄໍາຟອງ ແສງສະຫວ່າງ, ໝາຍເລກ17 ທ່ານແອງພອນ ແພງສຸວັນ ແລະ ໝາຍເລກ23 ທ່ານນາງໄຊທານີ ຈັນທະວົງສາ.
ຂ່າວ: ວຽງຈັນທາຍ

