ພະແນກຈາລະຈອນ ນະຄອນຫຼວງວຽງຈັນແຈ້ງໃຫ້ຮູ້ວ່າ: ໃນເດືອນ ກັນຍາ 2020 ທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 10 ຄົນຈາກອຸບັດເຫດທີ່ເກີດຂຶ້ນທັງໝົດ 81 ລາຍ, ໃນນັ້ນມີຜູ້ບາດເຈັບສາຫັດ 8 ຄົນ, ສົມຄວນ 35 ຄົນ ແລະ ເລັກນ້ອຍ 14 ຄົນ. ນອກນັ້ນອຸບັດເຫດດັ່ງກ່າວຍັງກໍ່ໃຫ້ເກີດລົດເປ່ເພເລັກນ້ອຍ 61 ຄັນ, ສົມຄວນ 98 ຄັນ ແລະ ໃຊ້ການບໍ່ໄດ້ 3 ຄັນ.
ພະແນກຈາລະຈອນ ນະຄອນຫຼວງວຽງຈັນແຈ້ງໃຫ້ຮູ້ຕື່ມອີກວ່າ: ອຸບັດເຫດສ່ວນຫຼາຍແມ່ນເກີດຈາກລົດຈັກ ຕໍາລົດຈັກ, ເມືອງທີ່ເກີດອຸບັດເຫດຫຼາຍກ່ວາໝູ່ແມ່ນເມືອງໄຊທານີ. ສາເຫດຫຼັກທີ່ກໍ່ໃຫ້ເກີດອຸບັດເຫດ ຍັງເກີດຈາກຜູ້ຂັບຂີ່ລະເມີດກົດລະບຽບຈາລະຈອນ, ເມົາແລ້ວຂັບ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ພາບ: ໝູນນິທິຊ່ວຍເຫຼືອຄົນທຸກຍາກ 1623

