ທັບນັກກິລາຄົນພິການລາວ ສາມາດສ້າງຜົນງານຍາດມາໄດ້ 2 ຫຼຽນຄຳ 5 ຫຼຽນເງິນ ແລະ 11 ຫຼຽນທອງ ລວມ 18 ຫຼຽນ ຈັດ ຢູ່ອັນດັບທີ 9 ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາ ເກມ 2025 (ASEAN ParaGames 2025) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 20 ຫາ 26 ມັງກອນ 2026 ທີ່ສະໜາມກີລາ 80 ພັນສາ ນະຄອນຣາຊະສີມາ ປະເທດໄທ.
ສ່ວນ ເຈົ້າຫຼຽນຄຳ ຕົກເປັນຂອງເຈົ້າພາບ ໄທ ສາມາດຍາດມາໄດ້ 175 ຫຼຽນຄຳ 155 ຫຼຽນເງິນ ແລະ 157 ຫຼຽນທອງ, ອັນດັບທີ 2 ອິນໂດເນເຊຍ ຍາດມາໄດ້ 135 ຫຼຽນຄຳ 143 ຫຼຽນເງິນ ແລະ 114 ຫຼຽນທອງ, ອັນດັບທີ 3 ມາເລເຊຍ ຍາດໄດ້ 64 ຫຼຽນຄຳ 64 ຫຼຽນເງິນ ແລະ 73 ຫຼຽນ…
ການແຂ່ງຂັນກິລາຄົນພິການອາຊຽນ ຄັ້ງທີ 13 ປີນີ້ ມີນັກກິລາຈາກ 10 ຊາດ ອາຊຽນເຂົ້າຮ່ວມ 1.166 ຄົນ ໃນນັ້ນ ບໍ່ມີພຽງແຕ່ ປະເທດກຳປູເຈຍ ທີ່ຂໍຖອນຕົວ ແລະ ມີການຊີງໄຊຫຼຽນຄຳ ທັງໝົດ 493 ຫຼຽນ ຈາກ 19 ປະເພດກີລາ ແລະ ມີການສາທິດກີລາ 2 ປະເພດ ຄື ກີລາອີສະປອດ ແລະ ໂກນບານ, ສະເພາະ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມທັງໝົດ 160 ກວ່າຄົນ ຈາກ 12 ປະເພດກີລາ: ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ໂກນບານ, ບານບ້ວງລໍ້ເລື່ອນ, ບ໋ອດເຊຍ, ບານເຕະ, ລົດຖີບ, ຍິງປືນ, ຟັນດາບ, ດອກປີກໄກ່ ແລະ ເທັນນິດ.
ສໍາລັບ ພິທີປິດງານດັ່ງກ່າວ ຈັດຂຶ້ນໃນຕອນແລງວັນທີ 26 ມັງກອນ 2026 ໂດຍທ່ານ ໄນຍະນົບ ພິລົມພັກດີ ປະທານຄະນະກຳມະການພາຣາແລມປິກແຫ່ງປະເທດໄທ ໄດ້ມອບທຸງ ອາຊຽນພາຣາ ເກມ ໃຫ້ແກ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບໃນຄັ້ງຕໍ່ໄປ ໃນປີ 2027 ໂດຍມີທ່ານນາງ ຂັນທະລີ ສີຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ເຂົ້າຮ່ວມ.

