ນັກສຶກສາສາວເສຍຊີວິດຄາທີ່ຈາກອຸບັດເຫດໃນຕອນເຊົ້າຂອງມື້ນີ້

ນັກສຶກສາສາວເສຍຊີວິດຄາທີ່ຈາກອຸບັດເຫດໃນຕອນເຊົ້າຂອງມື້ນີ້

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແຈ້ງໃຫ້ຮູ້ວ່າ: ໃນເວລາ ປະມານ 00:45 ນາທີ ຂອງມື້ວັນທີ 30 ພະຈິກ 2020 ນີ້ໄດ້ເກີດເຫດລົດໃຫ່ຍຕໍາລົດໃຫ່ຍຢ່າງຮຸນແຮງ(ລົດກະບະຮຸນໄດຕຳກັບລົດເກັງຮຸນດ), ເຫດເກີດ ຢູ່ຕໍ່ໜ້າໂຮງຮຽນການເງິນ ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຊຶ່ງອຸບັດເຫດໃນຄັ້ງນີ້ໄດ້ໃຊ້ຂອງແຂງງັດເອົາຕົວຜູ້ຂັບຂີ່ທີ່ຖືກບາດເຈັບອອກຈາກລົດເກັງຮຸນໄດ ຊຶ່ງເປັນຍິງສາວລາວ ອາຊີບນັກສຶກສາ ທີ່ຖືກອັດເຂົ້າກັບພວງມະໄລ  ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ. ສວນຄູ່ກໍລະນີເປັນເພດຊາຍທີ່ຂັບຂີ່ລົດຮຸນໄດໄດ້ຮັບບາດເຈັບຂາຫັກເບື້ອງຂວາ, ມີບາດແຜຈີກຢູ່ຕີນເບື້ອງຊ້າຍ ແລະ ມີບາດແຜຕາມຕົນໂຕໂດໄດ້ນໍາຕົວໄປຮັກ ສາຢູ່ໂຮງໝໍມິດຕະພາບ.

ໝ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແຈ້ງໃຫ້ຮູ້ຕື່ມວ່າ: ນັກສຶກສາດັ່ງກ່າວ ອາຍຸ 25 ປີ, ເປັນ ປະຊາຊົນ ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ພົບມີບາດແຜຢູ່ບໍລິເວນໜ້າຜາກ, ເລືອດອອກປາກ ອອກຫູ, ໄດ້ທຳການ CPR ປໍ້າຫົວໃຈ ແຕ່ບໍ່ສາມາດຊ່ວຍຊີວິດໄວ້ໄດ້. ສ່ວນຜູ່ຂັບຂີ່ລົດກະບະຮຸນໄດ ອາຍຸ 20 ປີ ອາຊີບປະຊາຊົນ ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ຂໍ້ມູນ-ພາບ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 

Related Articles

Leave a Reply