ນາງ ນິດນະພາ ພົມ ມະຈັກ ຈາກເມືອງຕົ້ນເຜິ້ງ ໄດ້ຄວ້າມົງກຸດ ນາງສາວ ດອກງິ້ວບານ

ນາງ ນິດນະພາ ພົມ ມະຈັກ ຈາກເມືອງຕົ້ນເຜິ້ງ ໄດ້ຄວ້າມົງກຸດ ນາງສາວ ດອກງິ້ວບານ

ຜົນການປະກວດນາງສາວດອກງິ້ວບານ ຄັ້ງທີ 23 ປະຈຳປີ 2026 ປະກົດວ່າ ນາງນິດນະພາ ພົມມະຈັກ ຈາກເມືອງຕົ້ນເຜິ້ງໄດ້ຊະນະເລີດການແຂ່ງຂັນ Miss Kapok Laos (ນາງສາວດອກງິ້ວ) ໄດ້ຮັບເງິນລາງວັນ 100.000.000 ກີບ, ລົດຈັກໄຟຟ້າ 1 ຄັນພ້ອມສາຍສະພາຍ; ຮອງອັນດັບທີ I ໄດ້ແກ່ ນາງທິບພະຈັນ ທຳມະຈັກ ຈາກເມືອງຕົ້ນເຜິ້ງໄດ້ຮັບລາງວັນມູນຄ່າ 70.000.000 ກີບ ພ້ອມສາຍສະພາຍ; ຮອງອັນດັບທີ II ໄດ້ແກ່ ນາງ ບຸນຄຽນ ແພງອາລຸນ ຈາກເມືອງເມິງ ໄດ້ຮັບລາງວັນມູນຄ່າ 50.000.000 ກີບ ພ້ອມສາຍສະພາຍ; ຮອງອັນດັບທີ III ນາງພອນມະນີ ທັດສະພອນ ຈາກເມືອງປາກທາ

ໄດ້ຮັບລາງວັນມູນຄ່າ 30.000.000 ກີບ ພ້ອມສາຍສະພາຍ.

 ງານເທດສະການດອກງິ້ວບານ ຄັ້ງທີ 23 ປະຈຳປີ 2026 ໄດ້ສຳເລັດ ໃນວັນທີ 31 ມັງກອນ 2026 ທີ່ຜ່ານມາ, ເພື່ອເປັນການສົ່ງເສີມ ແລະ ປົກປັກຮັກສາຄວາມເປັນເອກະລັກ ແລະ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນກໍ່ຄືຂອງຊາດ, ແນ່ໃສ່ສົ່ງເສີມການທ່ອງທ່ຽວທຳມະຊາດຂອງດອນຊາວ ຕິດພັນກັບການບໍລິການ ແລະ ການທ່ອງທ່ຽວຄົບວົງຈອນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. ໃນການປະກວດນາງສາວດອກງິ້ວບານ ປະຈຳປີ 2026 ນີ້ມີການວາງສະແດງສີລະປະວັນນະຄະດີຈາກແຂວງບໍ່ແກ້ວ, ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ບັນດາເມືອງພາຍໃນແຂວງ ເຊິ່ງມີບັນດາທ່ານແຂກການນຳ, ນັກທ່ອງທ່ຽວ ແລະ ມວນຊົນເຂົ້າຮ່ວມງານຢ່າງຄຶກຄື້ນມ່ວນຊື່ນ.

ຂ່າວ: ຕູ່

Related Articles

Leave a Reply