ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ບໍລິສັດນະຄອນຫລວງອຸດສາຫະ ກໍາ ເຫລັກຈໍາກັດ VSI ບ້ານຊຽງຄວນ ເມືອງຫາດ ຊາຍຟອງ ນະຄອນຫລວງວຽງຈັນ ໃນວັນທີ 11 ກັນຍາທີ່ຜ່ານມາ ໂດຍມີ ເຈົ້າຄອງນະຄອນຫຼວງ ວຽງຈັນ ທ່ານ ສິນລະວົງ ຄຸດໄພທູນ, ອົງການປົກ ຄອງເມືອງຫາດຊາຍຟອງ ແລະ ຄະນະ ແລະ ພະ ນັກງານບໍລິສັດດັ່ງກ່າວໃຫ້ການຕ້ອນຮັບ.
ປະທານ ບໍລິສັດນະຄອນຫຼວງອຸດສາຫະກໍາ ເຫຼັກ ຈໍາກັດ VSI ທ່ານຈັ່ນກົ່ວທວນ ໄດ້ລາຍງານ ປະຫວັດ ຂອງ ບໍລິສັດໂດຍຫຍໍ້ຕໍ່ທ່ານນາຍົກ ແລະ ຄະນະວ່າ: ບໍລິສັດໄດ້ສ້າງຕັ້ງຂຶ້ນໃນເດືອນ ກັນຍາ 1994 ໂດຍນໍາໃຊ້ເຄື່ອງຈັກທີ່ທັນສະໄໝມາດຕະ ຖານ ISO9001 ປີ2015 ເພື່ອຮັບໃຊ້ການຜະລິດເຫຼັກເສັ້ນແປຮູບ, ມີກໍາລັງການຜະລິດ 350.000ໂຕນຕໍ່ປີ ຊຶ່ງປະກອບມີເຫຼັກເສັ້ນແປຮູບຫຼາຍຊະນິດເພື່ອຮັບໃຊ້ໃນວຽກງານກໍ່ສ້າງຕ່າງໆ.
ເນື່ອງໃນໂອກາດດັ່ງກ່າວ, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໜັກໃຫ້ບໍລິສັດຈົ່ງສືບຕໍ່ເສີມຂະຫຍາຍຈຸດດີ ແລະ ແກ້ໄຂຈຸດອ່ອນທີ່ເປັນອຸປະສັກທີ່ເປັນຕົວ ກົດໜ່ວງຖ່ວງດຶງການຜະລິດ ເພື່ອແນໃສ່ເຮັດໃຫ້ ການສະຫນອງຜະລິດຕະພັນເຫຼັກທີ່ມີຄຸນນະພາບ ອອກສູ່ສັງຄົມ, ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ພະນັກງານ-ກໍາມະກອນ ຂອງບໍລິສັດນັບມື້ເພີ່ມຂື້ນ.
ຂ່າວ: ວຽງຈັນທາຍ

