ນາຍົກລັດຖະມົນຕີ ທ່ຽວຊົມ ແລະ ຂໍພອນພຣະທາດສາມປາງ

ນາຍົກລັດຖະມົນຕີ ທ່ຽວຊົມ ແລະ ຂໍພອນພຣະທາດສາມປາງ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງ 15 ແຂວງຈໍາປາສັກ (ຄະນະທີ1), ໄດ້ທ່ຽວຊົມ, ສັກກາລະບູຊາຂໍພອນພະທາດສາມປາງ ແລະ ຮັບຟັງການບອກເລົ່າປະຫວັດຄວາມເປັນມາຂອງພຣະທາດສາມປາງ ເມື່ອມໍ່ໆມານີ້ ຈາກເຖົ້າແກ່ແນວໂຮມບ້ານທາດສາມປາງ.

ພຣະທາດສາມປາງເປັນສະຖານທີ່ທ່ອງທ່ຽວຂອງເມືອງສຸຂຸມາ ທີ່ຖືກຮັບຮອງ ເປັນມໍລະດົກທາງດ້ານວັດທະນະທໍາລະດັບທ້ອງຖິ່ນໃນຕົ້ນປີ 2026 ນີ້ ແລະ ກາຍເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ, ເປັນບ່ອນສຶກສາຄົ້ນຄວ້າຮໍ່າຮຽນທາງປະຫວັດສາດຂອງຜູ້ຊອກຮູ້ຮໍ່າຮຽນ, ເປັນສະຖານທີ່ເພິ່ງທາງດ້ານຈິດໃຈ, ເປັນສະຖານທີ່ເສີມສ້າງພະລັງສາມັກຄີອັນແໜ້ນແຟ້ນ ຂອງພໍ່ແມ່ປະຊາຊົນ, ປັດຈຸບັນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແມ່ນໃຫ້ຄວາມສົນໃຈມາທ່ອງທ່ຽວນະສະຖານທີ່ແຫ່ງນີ້.

ແຫຼ່ງຂໍ້ມູນ: ຈັນທະວີສັກ

Related Articles

Leave a Reply