ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ກ່າວເນັ້ນໃຫ້ກະຊວງການເງິນ ໃນພິທີມອບ-ຮັບໜ້າທີ່ລັດຖະມົນຕີກະຊວງການເງິນຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ (ຜູ້ໃໝ່) ທີ່ໄດ້ຈັດຂຶ້ນເມື່ອວັນທີ 6 ເມສາ 2021 ທີ່ຜ່ານມາທີ່ກະຊວງການເງິນວ່າ: ຢາກໃຫ້ກະຊວງການເງິນສືບຕໍ່ແກ້ໄຂສະພາບປະກົດການຫຍໍ້ທໍ້ພາຍໃນຂະແໜງການເງິນ, ຕ້ານຄວາມບໍ່ໂປ່ງໃສ, ແກ້ໄຂການສໍ້ລາດບັງຫຼວງຂອງພະນັກງານການເງິນ ແລະ ການສວຍໂອກາດຍາດເອົາຜົນປະໂຫຍດສ່ວນຕົວ, ການແກ້ໄຂບັນຫາຄົນເຫຼືອບໍ່ພໍ, ແກ້ໄຂພະນັກງານບໍ່ມີຄວາມກະຕືລືລົ້ນ ຂາດລະບຽບວິໄນ ແລະ ອື່ນໆ.
ທ່ານ ພັນຄຳ ໄດ້ກ່າວເນັ້ນຕື່ມວ່າ: ກະຊວງການເງິນແມ່ນກະຊວງທີ່ສໍາຄັນ ທີ່ເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງວຽກງານການເງິນ ແລະ ງົບປະມານແຫ່ງລັດ, ຂຸດຄົ້ນແຫຼ່ງລາຍຮັບເຂົ້າງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານຂອງກົງຈັກ ພັກ-ລັດ, ຮັບໃຊ້ໃຫ້ແກ່ການພັດທະນາປະເທດ, ໃຫ້ເພີ່ມທະວີຂຸດຄົ້ນທຸກແຫຼ່ງລາຍຮັບທີ່ບົ່ມຊ້ອນ ພາຍໃນ ແລະ ສ້າງຖານລາຍຮັບໃໝ່ທີ່ໝັ້ນຄົງ ເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ນັບມື້ເພີ່ມຂຶ້ນ, ສຸມທຸກກຳລັງໃນການຫັນການເງິນເປັນທັນສະໄໝ,ຮັບປະກັນການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນສູງກວ່າເກົ່າ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຂອງຖັນແຖວພະນັກງານ, ເພີ່ມທະວີການປະຕິບັດວິໄນການເງິນ ໃຫ້ມີຄວາມເຂັ້ມງວດ ໂດຍສະເພາະເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານໃຫ້ເຂັ້ມງວດ ບໍ່ຈ່າຍນອກແຜນສ້າງໜີ້ສິນຄຸມເຄືອ ທີ່ຈະກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດ ການເງິນ ແລະ ເງິນຕາຂອງພວກເຮົາ.

