ຈົບໄປແລ້ວໃນວັນທິດວັນທີ 3 ຕຸລາ 2020 ທີ່ຜ່ານມາ ສໍາລັບບຸນຊ່ວງເຮືອປະເພນີ ທີ່ທ່າວັດຈັນເນື່ອງໃນໂອກາດບຸນອອກພັນສາປະວໍລະນາ 2020 ຊຶ່ງມີເຮືອເຂົ້າຮວ່ມທັງໝົດ 12 ລໍາ ແລະ ເປັນເຮືອ 12 ສີພາຍເທົ່ານັ້ນ ເພາະວ່າປີນີ້ ການຈັດການແຂ່ງຂັນຊ່ວງເຮືອບໍ່ໄດ້ຈັດໃຫ່ຍຄືທຸກໆປີທີ່ຜ່ານມາ ຍ້ອນມີການແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງຜົນການແຂ່ງຂັນປະກົດວ່າ ເຮືອຂອງ ນາວາສັກສິດ ຫຼື ສະໂມສອນໃຫຍ່ນາວາສັກສິດເທບພິຊິດໄຊ ໄດ້ຊະນະເລີດ ຫຼື ອັນດັບ 1 ໃນການແຂ່ງຂັນຄັ້ງນີ້ ແລະ ເປັນແຊັມ 4 ປີຊ້ອນນັບແຕ່ ປີ 2017-2020, ສ່ວນອັນດັບ 2 ແມ່ນເຮືອຂອງ ບີເຄ ຮອນດ້າ, ອັນດັບທີ 3 ບ້ານຫ້ອມ, ອັນດັບທີ 4 ເຈົ້າມັງກອນ 88.
ສໍາລັບເງິນລາງວັນ ອັນດັບ 1 ໄດ້ຮັບເງິນສົດ 10 ລ້ານກີບ ພ້ອມຂັນ 1 ໜ່ວຍ, ອັນດັບ 2 ໄດ້ຮັບເງິນ 8 ລ້ານກີບພ້ອມຂັນ 1 ໜ່ວຍ, ອັນດັບ 3 ໄດ້ 6 ລ້ານກີບ ພ້ອມຂັນ 1 ໜ່ວຍ ແລະ ອັນດັບ 4 ໄດ້ 4 ລ້ານກີບ.
ຂ່າວ: ວຽງຈັນທາຍ

