ນ້ຳສົ້ມ ຊະນະເລີດ ການແຂ່ງຂັນ ເປົ່າແຄນ ໃນການ Run For Our Forest 

ນ້ຳສົ້ມ ຊະນະເລີດ ການແຂ່ງຂັນ ເປົ່າແຄນ ໃນການ Run For Our Forest 

ນ້ອງນ້ຳສົ້ມ ເທບສຸວັນອາຍຸ 21 ປີ  ຊະນະການແຂ່ງຂັນ ເປົ່າແຄນໃນງານສະຫຼອງວັນເດັກ ແລະ ວັນປູກຕົ້ນໄມ້ແຫ່ງຊາດ Run For Our Forest

ນ້ຳສົ້ມ ເທບສຸວັນ ໄດ້ໃຫ້ສຳພາດກັບໜັງສືພິມວຽງຈັນທາຍ ວ່າ: ຂ້ອຍຮູ້ສຶກ

ດີໃຈ ພູມໃຈຫຼາຍ ເກີນກວ່າທີ່ຄາດຫວັງໄວ້. ຖືເປັນໂອກາດທີ່ພິເສດ ແລະ ບໍ່ໄດ້ຫາໄດ້ງ່າຍໆ ໄດ້ມິດຕະພາບຈາກໝູ່ໆຜູ້ເຂົ້າແຂ່ງຂັນ ສ່ວນຕົວແລ້ວຢາກໃຫ້ມີການຈັດງານປະກວດທີ່ມີຄຸນນະພາບແບບນີ້ຂຶ້ນເລື້ອຍໆ ເພື່ອເປັນພື້ນທີ່ໃຫ້ຄົນຮັກແຄນໄດ້ສະແດງຄວາມສາມາດ.

ຂ້ອຍເລີ່ມຕົ້ນມາຈາກຄວາມມັກຮັກໃນດົນຕີ ແລະ ການຟ້ອນຕັ້ງແຕ່ຍັງນ້ອຍ. ຫຼັງຈາກໄດ້ມີໂອກາດເຂົ້າ ຮ່ວມສະໂມສອນດ່ານຊ້າງ ແລະ ໄດ້ລອງເປົ່າແຄນຄັ້ງທຳອິດ ກໍເກີດມັກໃນສຽງແຄນ ບວກກັບໂອກາດທີ່ໄດ້ຮັບຢ່າງຕໍ່ເນື່ອງ ຄົນຮູ້ຈັກເຮົາຍ້ອນແຄນ ສາມາດຕໍ່ຍອດໄດ້ ເປັນອາຊີບໄດ້ ມີທັກສະຕິດຕົວ.

ໃນການແຂ່ງຂັນຄັ້ງນີ້, ນ້ອງໄດ້ລົງມືຮຽບຮຽງບົດເພງດ້ວຍຕົນເອງເປັນຄັ້ງທຳອິດ. ເປັນປະສົບການໃໝ່ທີ່ທ້າທາຍຫຼາຍ ເພາະເວທີນີ້ເປີດໂອກາດໃຫ້ພວກເຮົາໄດ້ປ່ອຍໄອເດຍ ແລະ ສ້າງສັນຜົນງານໄດ້ຢ່າງເຕັມທີ່ ຮຽນຮູ້ຈາກAI YouTube ຂໍຄຳປຶກສາ ໃນສິ່ງທີ່ເຮົາບໍ່ຮູ້ ຈົນເກີດໃຫ້ເປັນຜົນງານດັ່ງທີ່ເຫັນ

 ຄວາມທ້າທາຍທີ່ໃຫຍ່ທີ່ສຸດແມ່ນ ‘ຄວາມຕື່ນເຕັ້ນ’ ແລະ ‘ຄວາມກົດດັນ’ ເພາະເປັນເວທີແຂ່ງຂັນທີ່ຕ້ອງຮັກສາມາດຕະຖານໃຫ້ດີເລື່ອງຈັງຫວະ ລົມການເປົ່າ ມີບາງຊ່ວງທີ່ເກີດຄວາມບໍ່ໝັ້ນໃຈ ແຕ່ກໍໄດ້ໃຊ້ຄວາມເຊື່ອໝັ້ນໃນຕົນເອງເປັນແຮງຜັກດັນ ເພາະເວລາເຊື່ອໝັ້ນມັນຈະເຫັນຄວາມເປັນໄປໄດ້ຫຼາຍກວ່າຄວາມຢ້ານ. ຄວາມສຳເລັດໃນຄັ້ງນີ້ ຈຶ່ງຖືເປັນປະສົບການອັນລ້ຳຄ່າທີ່ຊ່ວຍພັດທະນາສັກກະຍະພາບຂອງນ້ອງໃຫ້ດີຂຶ້ນກວ່າເກົ່ານຳ.

ຖ້າຫາກຄົນຮຸ່ນໃໝ່ບໍ່ສືບທອດກໍອາດຈະສູນຫາຍໄປຕາມການເວລາ. ດັ່ງນັ້ນ, ສິ່ງທີ່ສຳຄັນຄືການຮ່ວມແຮງຮ່ວມໃຈກັນ, ໂດຍສະເພາະແມ່ນການສະໜັບສະໜູນຈາກຜູ້ໃຫຍ່ທີ່ເຫັນຄວາມສຳຄັນ, ຕົວຜູ້ເປົ່າເອງທີ່ຮຽນຮູ້ພັດທະນາຢູ່ຕະຫຼອດ ແລະ ຈັດງານປະກວດທີ່ມີປະໂຫຍດແບບນີ້ຂຶ້ນມາ

ຢາກບອກທຸກຄົນວ່າ ‘ແຄນ’ ບໍ່ແມ່ນດົນຕີທີ່ຫຼ້າສະໄໝ, ແຕ່ເປັນອັດຕະລັກຂອງຊາວລາວທີ່ພວກເຮົາຄວນພາກພູມໃຈ. ສຳລັບໃຜທີ່ສົນໃຈຢາກຮຽນຮູ້ ຂໍໃຫ້ເປີດໃຈກ້າທີ່ຈະລົງມືເຮັດ ກ້າລອງ . ການເປົ່າແຄນບໍ່ໄດ້ຍາກຢ່າງທີ່ຄິດ, ເພາະປັດຈຸບັນມີແຫຼ່ງຄວາມຮູ້ໃຫ້ຮຽນຕາມອິນເຕີເນັດຢ່າງຫຼວງຫຼາຍ. ຂໍພຽງແຕ່ກ້າເລີ່ມຕົ້ນ, ທຸກຢ່າງກໍເປັນໄປໄດ້.”

Related Articles

Leave a Reply