ປີນີ້ ກໍ່ເປັນອີກປີທີ່ຄຶກຄື້ນບໍ່ແພ້ປີໃດໆ ເພາະ FACE of LAOS 2026 ໄດ້ຮັບຄວາມສົນໃຈ ກັບຜູ້ເຂົ້າແຂ່ງຂັນ ມາກໜ້າຫຼາຍຕາ ຈາກທົ່ວສາລະທິດ ເຂົ້າຮ່ວມຄັດເລືອກ ເພື່ອເປັນ 1 ໃນ 20 ຜູ້ເຂົ້າແຂ່ງຂັນ ທີ່ຈະໄດ້ຜ່ານຜ່າ ກັບ mission ຂອງໂຄງການ ແຕ່ວ່າ ສິ່ງທີ່ຍາກທີ່ສຸດ ກໍ່ຄົງຈະເປັນການຄັດເອົາ TOP 20 ເພາະບໍ່ງ່າຍອີ່ຫຼີ ຫາກເບິ່ງຈາກຮູບພາບແລ້ວ, ຜູ້ເຂົ້າແຂ່ງຂັນແຕ່ລະຄົນ ກໍ່ງັດເອົາຄວາມສາມາດອອກມາ.
ຄູ ໂຈໂຈ້ ຫຼື ອິນຟູເອນເຊີຊື່ດັງຂອງລາວ ໄດ້ກັບມາຮັບບົດບາດເປັນພິທີກອນໃນລາຍການ The Face of Laos 2026 ອີກເປັນປີທີ່ 2 ຕິດຕໍ່ກັນ ຫຼັງຈາກທີ່ເຄີຍຮັບໜ້າທີ່ດັ່ງກ່າວໃນປີ 2025 ແລະ ໄດ້ຮັບສຽງຊົມເຊີຍຈາກແຟນໆ ແລະ ຜູ້ຕິດຕາມເປັນຢ່າງດີ.
ໃນການໃຫ້ສຳພາດກ່ຽວກັບການປະກວດປີນີ້, ໂຈໂຈ້ ຈະເປັນອີກໜຶ່ງລະດູການທີ່ເຕັມໄປດ້ວຍຄວາມເຂັ້ມຂຸ້ນ ເນື່ອງຈາກຜູ້ເຂົ້າປະກວດໃນປີນີ້ລ້ວນແຕ່ມີຄວາມສາມາດ ແລະ ມີການກຽມຄວາມພ້ອມມາເປັນຢ່າງດີ. ໂຈ້ໂຈ້ ຍັງໄດ້ເຊີນຊວນແຟນໆ ແລະ ປະຊາຊົນຮ່ວມຕິດຕາມ ແລະ ໃຫ້ກຳລັງໃຈນ້ອງໆ ຕະຫຼອດການແຂ່ງຂັນ.
ນອກຈາກນັ້ນ ໂຈໂຈ້ຍັງເປີດເຜີຍວ່າ ການປະກວດໃນປີນີ້ມີຄວາມແຕກຕ່າງຈາກປີຜ່ານມາພໍສົມຄວນ ເນື່ອງຈາກມີຜູ້ສະໝັກເຂົ້າຮ່ວມເກືອບ 70 ຄົນ ໂດຍແຕ່ລະຄົນລ້ວນມີຄວາມໂດດເດັ່ນ ແລະ ເອກະລັກສະເພາະຕົວຢ່າງຊັດເຈນ. ເຖິງແມ່ນວ່າຫຼາຍຄົນຈະເປັນໜ້າໃໝ່ໃນວົງການ ແຕ່ກໍມາພ້ອມກັບຄວາມມຸ່ງໝັ້ນ ແລະ ຄວາມສາມາດເຕັມປ່ຽມ.
ກ່ອນການເຂົ້າຫ້ອງຄັດເລືອກ, ໂຈໂຈ້ ຍັງໄດ້ໃຫ້ຄຳແນະນຳແກ່ຜູ້ເຂົ້າປະກວດທຸກຄົນ ໂດຍເນັ້ນໃຫ້ມີການກຽມຄວາມພ້ອມທັງດ້ານບຸກຄະລິກ ແລະ ທັກສະການສື່ສານ ພ້ອມທັງໃຫ້ທຸກຄົນກ້າສະແດງຄວາມເປັນຕົວຂອງຕົນເອງອອກມາໃຫ້ຫຼາຍທີ່ສຸດ.
“ສິ່ງສຳຄັນຄືການເປັນຕົວຂອງໂຕເອງ ເພາະກຳມະການຕ້ອງການເຫັນຕົວຕົນທີ່ແທ້ຈິງຂອງຜູ້ເຂົ້າປະກວດ,” ໂຈໂຈ້ ກ່າວ.

