ບາງທັດສະນະຂອງທ່ານ ໄທຍະພອນ ສິງທອງ ຕໍ່ການເລືອກຕັ້ງເອົາສສຊ ຊຸດທີ X ແລະ ສສຂ ຊຸດທີ V

ບາງທັດສະນະຂອງທ່ານ ໄທຍະພອນ ສິງທອງ ຕໍ່ການເລືອກຕັ້ງເອົາສສຊ ຊຸດທີ X ແລະ ສສຂ ຊຸດທີ V

ທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ເຊິ່ງຕາງໜ້າໃຫ້ແກ່ກຸ່ມຜູ້ປະກອບການພາຍໃນແຂວງໄດ້ມີຄໍາເຫັນແລກປ່ຽນ ແລະ ສະແດງຄວາມຮູ້ສຶກຕໍ່ກັບບັ້ນກະກຽມການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຜ່ານຊ່ອງທາງຂອງສື່ມວນຊົນແຂວງຄໍາມ່ວນໃນຕອນເຊົ້າຂອງວັນທີ 17 ກຸມພາ 2026 ວ່າ:  ໂດຍລວມແລ້ວກໍ່ເຫັນວ່າການເລືອກຕັ້ງສະມາຊິກສະພາແຫ່ງຊາດແມ່ນເປັນຊຸດທີ X  ແລະ ສະພາປະຊາຊົນຂັ້ນແຂວງແມ່ນເປັນຊຸດທີ V ເຊິ່ງໃນແຕ່ລະເທື່ອທີ່ການເລືອກຕັ້ງໄດ້ໝູນວຽນມາບັນຈົບຄົບຮອບ ຫຼື 5 ປີໃດເລືອກຕັ້ງເທື່ອໜຶ່ງ ໂດຍໃນແຕ່ລະໄລຍະ,ໃນແຕ່ລະວາລະມັນແມ່ນການເຕີບໃຫຍ່ຂະຫຍາຍຕົວຂອງລະບອບປະຊາທິປະໄຕ ປະຊາຊົນຂອງ ສປປ ລາວຂອງພວກເຮົາມີການພັດທະນາກ້າວຂຶ້ນອີກຂັ້ນໜຶ່ງ. ສະພາແຫ່ງຊາດແລະ ສະພາປະຊາຊົນຂັ້ນແຂວງມັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ , ໃນແຕ່ລະເທື່ອທີ່ພວກເຮົາໄດ້ເລືອກເອົາຕົວແທນຂອງພວກເຮົາໄປເຮັດວຽກຢູ່ສະພາກໍ່ເຮັດໃຫ້ລະບຽບກົດໝາຍ ໂດຍສະເພາະແມ່ນບັນດາກົດໝາຍອອກມາໃໝ່ ຫຼື ກົດໝາຍບາງສະບັບທີ່ຜ່ານການຈັດຕັ້ງປະຕິບັດມາຊ່ວງໄລຍະໃດໜຶ່ງແລ້ວເຫັນຄວນໄດ້ມີການປັບປຸງ ໂດຍຜ່ານຈາການສ່ອງແສງຂອງປະຊາຊົນ ກໍ່ຄືຈາກຜູ້ມີສິດປ່ອນບັດເລືອກຕັ້ງເພື່ອໃຫ້ມີການປັບປຸງປ່ຽນແປງ ເຊິ່ງກໍ່ເຫັນວ່າມີຫຼາຍກົດໝາຍໄດ້ຮັບການປັບປຸງ ແລະ ແກ້ໄຂ . ພ້ອມກັນນັ້ນ ອີກກົດໝາຍຈໍານວນໜຶ່ງກໍ່ໄດ້ຮັບການສ້າງຕັ້ງ . ສະນັ້ນ ມັນແມ່ນຜົນງານທີ່ທາງສະພາໄດ້ມີການເຄື່ອນໄຫວໃນໄລຍະຜ່ານມາ.

ທ່ານ ໄທຍະພອນ ສິງທອງໄດ້ກ່າວຕື່ມວ່າ : ໃນການເລືອກຕັ້ງໃນເທື່ອນີ້ທາງພັກຂອງພວກເຮົາໄດ້ເຫັນຄວາມສໍາຄັນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຫຼາຍຂຶ້ນຕື່ມອີກ ໂດຍສະເພາະແມ່ນການຄັດເລືອກບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງກໍ່ແມ່ນສະມາຊິກສະພາແຫ່ງຊາດຊຸດທີ X ປະຈໍາເຂດເລືອກຕັ້ງທີ 12 ແລະ ຜູ້ອອກສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງແມ່ນໄດ້ຄັດເລືອກເອົາບຸກຄະລາກອນທີ່ມີຄຸນນະພາບທີ່ກໍາໄດ້ແນວທາງຂອງພັກ,ລະບຽບກົດໝາຍຂອງລັດ. ສໍາລັບ ສສຊ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນມີຜູ້ລົງສະໝັກທັງໝົດ 14 ທ່ານ.ໂດຍສະເພາະຢູ່ໃນຂັ້ນແຂວງແມ່ນມີກໍາມະການສູນກາງພັກຈໍານວນ 02 ທ່ານ, ຢູ່ຂັ້ນແຂວງແມ່ນມີຄະນະປະຈໍາພັກແຂວງຈໍານວນ 2 ທ່ານ ລວມເປັນ 3 ທ່ານທັງເລຂາພັກແຂວງ , ມີກໍາມະການພັກແຂວງອີກຈໍານວນ 10 ທ່ານອອກສະໝັກ . ໄປພ້ອມໆກັນນັ້ນໃນການຄັດເລືອກເອົາຕົວແທນກໍ່ໄດ້ມີການມອບໝາຍໃຫ້ຂະແໜງການທີ່ເປັນຄົວແທນໄດ້ຄັດເລືອກບຸກຄະລາກອນທີ່ຂະແໜງການຂອງຕົນເອງມີຄວາມໝັ້ນວ່າຈະເປັນຕົວແທນໃຫ້ຢູ່ໃນຂົງເຂດຂອງຕົນເພື່ອທໍາໜ້າທີ່ເປັນຕົວແທນຢູ່ໃນສະພາ . ພ້ອມກັນນັ້ນກໍ່ເປັນການຍົກລະດັບຄວາມຮູ້,ຄວາມຕື່ນຕົວຂອງຜູ້ມີສິດປ່ອນບັດເລືອກຕັ້ງໃຫ້ສູງຂຶ້ນຕື່ມອີກບາດກ້າວໜຶ່ງ ໂດຍສະເພາະແມ່ນແຫ່ງສາທາລະນະລັດ ປະຊາທິປະໄຕ  ປະຊາຊົນລາວ ແມ່ນລັດປະຊາທິປະໄຕ ປະຊາຊົນ ເຊິ່ງອໍານາດທັງໝົດເປັນຂອງປະຊາຊົນ , ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ . ແຕ່ເນື່ອງຈາກວ່າຄວາມເຂົ້າໃຈກ່ຽວກັບບັນຫາດັ່ງກ່າວຍັງບໍ່ທັນເລິກເຊິ່ງ ເຮັດໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຍັງບໍ່ທັນເຂົ້າໃຈວ່າຕົນເອງມີສິດຫຍັງແດ່ ? ເຊິ່ງມັນຕິດພັນກັບບຸກຄົນທີ່ຈະເລືອກເອົາເປັນຕົວແທນຂອງປະຊາຊົນເພື່ອໄປເຮັດໜ້າທີ່ຢູ່ສະພາ. ຕໍ່ກັບບັ້ນເລືອກຕັ້ງໃນຄັ້ງນີ້ໃນນາມຕາງໜ້າສະພາການຄ້າ ແລະ ອຸດສາຫະກໍາແຂວງ ແມ່ນມີຄວາມຫວັງເລິກໆວ່າ ຕົວແທນທີ່ພວກເຮົາຈະຄັດເລືອກມາເຮັດໜ້າທີ່ຢູ່ສະພາຕ້ອງເປັນບຸກຄົນທີ່ມີຄວາມຮູ້-ຄວາມສາມາດ, ມີຄວາມຮັບຜິດຊອບ ແລະ ເຮັດເພື່ອປະຊາຊົນຢ່າງແທ້ຈິງ.

ທ່ານໄດ້ຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງຜູ້ທີ່ມີອາຍຸນັບແຕ່ 18 ຂຶ້ນໄປຈົ່ງໄດ້ພ້ອມພາກັນໄປໃຊ້ສິດຂອງຕົນເອງ, ເລືອກເຟັ້ນເອົາບຸກຄົນທີ່ມີຄວາມຮູ້-ຄວາມສາມາດເຂົ້າໄປເປັນຕົວອທນຂອງພວກເຮົາຢູ່ສະພາປະຊາຊົນຂັ້ນແຂວງ ກໍ່ຄື ສະພາແຫ່ງຊາດ . ພ້ອມນັ້ນກໍ່ໄດ້ຮຽກຮ້ອງມາຍັງຍາດພີ່ນ້ອງຜູ້ທີ່ມີອາບຸແຕ່ອາຍຸ 18 ປີຂຶ້ນໄປຈົ່ງໄດ້ພ້ອມພາກັນໄປປ່ອນບັດເລືອເອົາ ສສຊ ແລະ ສສຂ ພ້ອມທັງປັບປຸງກົງຈັກເບື້ອງໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງ,ມີຄຸນນະພາບແລະ ໃຫ້ໄດ້ຕາມລະດັບຄາດໝາຍ.

ຂ່າວ-ພາບ : ແດງສະຫວັດ ແສນພານິດ 

Related Articles

Leave a Reply