ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດນັບແຕ່ວັນທີ 17 ຫາ 20 ກັນຍາ 2020 ນີ້ວ່າ, ຝົນຈະສືບຕໍ່ຕົກເປັນບໍລິເວນກ້ວາງ ໃນບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ ພ້ອມຈະມີລົມພັດແຮງເປັນບາງໂອກາດ, ຍ້ອນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ໂດຍສະເພາະ ຝົນອາດຈະຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້.
ສະນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈຶ່ງໄດ້ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ໃຫ້ມີສະຕິລະມັດລະວັງຕໍ່ສະພາບອາກາດທີ່ຮ້າຍແຮງ, ອາດຈະເກີດມີນ້ຳຖ້ວມຊູ ແລະ ດິນເຈື່ອນເກີດຂື້ນ.
ຂ່າວ: ວຽງຈັນທາຍ

