ການກະທໍາຜິດຕໍ່ຊີວິດ, ສຸຂະພາບ ແລະ ກຽດສັກສີຂອງບຸກຄົນ ໂດຍອີງຕາມກົດໝາຍອາຍາແຫ່ງ ສປປ ລາວ ມາດຕາ 188 ໄດ້ລະບຸໄວ້ວ່າ: ຫາກບຸກຄົນໃດຫາກໄດ້ເຮັດໃຫ້ຜູ້ອື່ນເສຍຊີວິດໂດຍເຈດຕະນາຈະຖືກລົງໂທດຕັດອິດສະລະພາບແຕ່ 10 ປີ ຫາ 15 ປີ ແລະ ປັບໃໝເງິນ ແຕ່ 5 ລ້ານ ຫາ 50 ລ້ານກີບ. ໃນກໍລະນີຜູ້ກະທໍາຜິດຫາກຄາດຕະກໍາເປັນອາຈີນ, ມີການຈັດຕັ້ງກຸ່ມ, ຂ້າຄົນໂດຍມີແຜນການ, ຂ້າຄົນຢ່າງໂຫດຮ້າຍປ່າເຖື່ອນ, ຂ້າພະນັກງານທີ່ກໍາລັງປະຕິບັດໜ້າທີ່, ຂ້າຫຼາຍຄົນ, ຂ້າຜູ້ຍິງຖືພາ, ຂ້າເດັກ, ຂ້າເມຍ ຫຼື ຜົວ, ຂ້າຍາດໃກ້ຊິດ, ຂ້າຜູ້ທີ່ບໍ່ສາມາດຊ່ວຍຕົວເອງໄດ້ ຫຼື ຢູ່ໃນສະພາບອ່ອນແອ, ຂ້າຄົນເພື່ອເອົາອະໄວຍະວະ, ຂ້າຄົນເພື່ອປິດບັງການກະທໍາຜິດອື່ນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 15 ປີ ຫາ 20 ປີ ແລະ ຈະຖືກປັບໃໝເງິນແຕ່ 10 ລ້ານ ຫາ 100 ລ້ານກີບ, ອາດຈະຖືກຈໍາກັດທີ່ຢູ່ ຫຼື ຖືກຕັດອິດສະລະພາບຕະຫຼອດຊີວິດ ຫຼື ປະຫານຊີວິດ, ນອກນັ້ນການກະກຽມໃຫ້ແກ່ການກະທໍາຜິດ, ຄວາມພະຍາຍາມຕໍ່ການກະທໍາຜິດ ກໍ່ຈະຖືກລົງໂທດເຊັ່ນກັນ.
ນອກນັ້ນໃນມາດຕາ 189 ຍັງໄດ້ລະບຸໄວ້ວ່າ: ສໍາລັບບຸກຄົນໃດຫາກວ່າຈ້າງບຸກຄົນໃດ ໜຶ່ງໃຫ້ຄາດຕະກໍາຜູ້ອື່ນຈະຖືກຕັດອິດສະລະພາບແຕ່ 15 ປີ ຫາ 20 ປີ ແລະ ຈະຖືກປັບໃໝເງິນແຕ່ 15 ລ້ານ ຫາ 100 ລ້ານກີບ. ໃນກໍລະນີໄປວ່າຈ້າງໃຫ້ຄາດຕະກໍາແຕ່ 2 ຄົນຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝເງິນ ແຕ່ 20 ລ້ານ ຫາ 200 ລ້ານ, ນອກນັ້ນການກະກຽມໃຫ້ແກ່ການກະທໍາຜິດ, ຄວາມພະຍາຍາມຕໍ່ການກະທໍາຜິດ ກໍ່ຈະຖືກລົງໂທດເຊັ່ນກັນ.
ຂໍ້ມູນ: ກົດໝາຍອາຍາ

