ບຸນນະມັດສະການຜາສາດຫີນວັດພູ ຈຳປາສັກ ປີນີ້ ຈະມີການສະແດງ ໂດຣນ 590 ລຳ ເທິງທ້ອງຟ້າ ແລະ ກິດຈະກໍາອື່ນໆ

ບຸນນະມັດສະການຜາສາດຫີນວັດພູ ຈຳປາສັກ ປີນີ້ ຈະມີການສະແດງ ໂດຣນ 590 ລຳ ເທິງທ້ອງຟ້າ ແລະ ກິດຈະກໍາອື່ນໆ

ງານບຸນນະມັດສະການຜາສາດຫີນວັດພູ ຈຳປາສັກ ປະຈຳປີ 2026 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 31 ມັງກອນ ຫາ 2 ກຸມພາ 2026 (ຂຶ້ນ 13-15 ຄ່ຳ ເດືອນ 3 ລາວ) ຈະມີການສະແດງ ໂດຣນ 590 ລຳ ເທິງທ້ອງຟ້າ ແລະ ຍິງພຸໄຟຫຼາກສີສັນສຸດອະລັງການ, ຊົມລະຄອນຢ້ອນຍຸກໂດຍມີນັກສະແດງກວ່າ 350 ທ່ານ.

​ນອກນັ້ນ, ຍັງມີຈຸດເຊັກອິນຖ່າຍຮູບ ແລະ ອຸໂມງໄຟ ສຸດງາມ, “ຊຸ້ມອາຫານຈຳປາເດີ” ແລະ ຕະຫຼາດຢ້ອນຍຸກ, ຊົມສິນຄ້າ ODOP ຈາກ 9 ຕົວເມືອງ 1 ນະຄອນ.

ສໍາຜັດຄວາມງາມຂອງຜາສາດຫີນວັດພູ, ຊິມປີ້ງໄກ່, ເຂົ້າປຸ້ນຫາບ ແລະ ເຂົ້າຫຼາມຮ້ອນໆ ແລະ ກິດຈະກໍາອື່ນໆ.

ທີ່ມາ: ໜັງສືພິມຈໍາປາໃໝ່

ພາບ: Tienthong

Related Articles

Leave a Reply