ບ້ານອອມ ເມືອງອານຸວົງ ແຂວງໄຊສົມບູນ ຈະກາຍເປັນບ້ານທ່ອງທ່ຽວແບບພັກແຮມນຳປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ເພື່ອເຮັດໃຫ້ປະຊາຊົນຊາວບ້ານອອມ ໄດ້ມີວຽກເຮັດງານທຳ, ມີລາຍຮັບເພີ່ມຂຶ້ນ, ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ຊຶ່ງປັດຈຸບັນນີ້ ບ້ານອອມໄດ້ຖືກຄັດເລືອກໃຫ້ເປັນຕົວແບບ ໃນການທົດລອງການຜະລິດກະສິກຳແບບຄົບວົງຈອນຂອງຄະນະພັດທະນາຈຸດສຸມໃຈກາງ ແຂວງໄຊສົມບູນ.
ກອງປະຊຸມເຜີຍແຜ່ເງື່ອນໄຂໃນການສ້າງ ແລະ ດຳເນີນກິດຈະການທ່ອງທ່ຽວແບບພັກແຮມນຳປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຂອງບ້ານອອມ ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ ນີ້ ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງໄຊສົມບູນ ໂດຍການເຂົ້າຮ່ວມ ຂອງຄະນະປະຈຳພັກ ກະຊວງ ຖວທ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ທ່ານ ປອ ອາລຸນ ບຸນມີໄຊ ແລະ ຮອງຫົວໜ້າພະແນກ ຖວທ ແຂວງ, ທ່ານ ທົງສະຫວັນ ໂພສະລາດ ພ້ອມດ້ວຍທິມງານຈາກກົມພັດທະນາການທ່ອງທ່ຽວ, ຂະແໜງການທ່ອງທ່ຽວແຂວງ, ເມືອງອານຸວົງ ແລະ ອົງການຈັດຕັ້ງບ້ານອອມ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ແນໃສ່ເຜີຍແຜ່ບັນດາຫຼັກການ ແລະ ເງື່ອນໄຂຕ່າງໆ ໃນການດຳເນີນກິດຈະກຳເຮືອນພັກແຮມປະຊາຊົນ, ແນະນຳຄະນະກຳມະການຄຸ້ມຄອງກິດຈະກຳເຮືອນພັກນຳປະຊາຊົນ, ຫຼັກການ ແລະ ເງື່ອນໄຂຕ່າງໆ ໃນການດຳເນີນກິດຈະກຳການທ່ອງທ່ຽວ ແລະ ແນະນຳຄະນະກຳມະການຄຸ້ມຄອງກິດຈະກຳການພັກແຮມນຳປະຊາຊົນ ແລະ ທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ
ພ້ອມນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ກໍໄດ້ມີການຖາມຕອບ ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ຈາກນັ້ນ ກໍໄດ້ລົງສຶກສາຄວາມເປັນໄປໄດ້ຂອງກິດຈະກຳເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຢູ່ບ້ານອອມ ເພື່ອສຶກສາທ່າແຮງຂອງກິດຈະກຳຂອງບ້ານ ຕົວຈິງ.
ຂໍ້ມູນ: ພຸດທະສອນ ເວດສະວົງ

