ບໍລິການຊຳລະຄ່າທຳ​ນຽມປະກັນໄພ ຜ່ານລະບົບ ຢູ່ມັນນີ ຈະເປັນຊ່ອງ​ທາງ​ການ​ຊຳ​ລະ​ເງິນ​ຮູບ​ແບບ​ໃໝ່

ບໍລິການຊຳລະຄ່າທຳ​ນຽມປະກັນໄພ ຜ່ານລະບົບ ຢູ່ມັນນີ ຈະເປັນຊ່ອງ​ທາງ​ການ​ຊຳ​ລະ​ເງິນ​ຮູບ​ແບບ​ໃໝ່

ບໍລິສັດພຣູເດັນໂຊ​ລ໌ ປະກັນໄພຊີວິດ ຮ່ວມມືກັບ ບໍລິສັດສະຕາຟິນເທັກ ກ່ຽວກັບການໃຫ້ບໍລິການຊຳລະຄ່າທຳ​ນຽມປະກັນໄພ  ຜ່ານລະບົບ ຢູ່ມັນນີ ຊຶ່ງ​ເປັນ​ການພັດ​ທະ​ນາ​ຊ່ອງ​ທາງ​ການ​ຊຳ​ລະ​ເງິນ​ຮູບ​ແບບ​ໃໝ່ ໂດຍ​ສະ​ເພາະການ​ຈ່າຍຄ່າທຳ​ນຽມປະກັນໄພຊີວິດ, ເປັນການ​ເສີມ​ຂະ​ຫຍາຍ​ຄຸນ​ນະ​ພາບ​ການ​ໃຫ້ບໍ​ລິ​ການ ​​ແລະ ເ​ພື່ອອຳ​ນວຍ​ຄ​ວາ​ມ​ສະ​ດວກສະບາຍໃຫ້ແກ່ລູກຄ້າທັງສອງຝ່າຍ.
ພິທີເຊັນສັນຍາໃນການຮ່ວມມືດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 30 ທັນວາ 2020 ທີ່ຜ່ານມາ ທີ່  ບໍລິສັດສະຕາຟິນເທັກ ນະຄອນຫຼວງວຽງຈັນ,  ຕາງໜ້າລົງນາມ ໂດຍ  ທ່ານ ເຄນ​ຢ້ອນ ໂຮ ຜູ້​ອຳ​ນວຍ​ການ​​ຝ່າຍ​ບໍ​ລິ​ຫານ​ການ​ຄ້າ, ບໍລິສັດ ພຣູເດັນໂຊ​ລ໌ ປະກັນໄພຊີວິດ (ລາວ) ຈຳກັດ ແລະ ທ່ານ ເຈີນ ມີງ ດຶກ ຮອງຜູ້ອໍານວຍການ ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ, ໂດຍມີ ທ່ານ ນາງສຸທານີ ສີສຸວົງ ຮອງຫົວໜ້າພະແນກກວດກາລະບົບຊຳລະ ຕາງໜ້າ ຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປ ລາວ ແລະ ພະນັກງານຂອງສອງບໍລິສັດເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ-ພາບ: ຕ້ອມ ນັກຂ່າວສັນຈອນວຽງຈັນທາຍ

Related Articles

Leave a Reply