ບໍລິສັດ ຟໍເຕ-ໂຕໂກ ລາວ ປະກັນໄພ ຈຳກັດ ກຽມສຶກສາຄວາມເປັນໄປໄດ້ໂຄງການປະກັນໄພສໍາລັບນັກທ່ອງທ່ຽວຢູ່ ສປປ ລາວ, ຊຶ່ງຈະເປັນຜູ້ສຶກສາສຳຫຼວດ ເພື່ອຮັບປະກັນວ່າໂຄງການດັ່ງກ່າວນີ້ ຈະມີປະສິດທິພາບ ແລະ ຜົນປະໂຫຍດສູງສຸດສຳລັບນັກທ່ອງທ່ຽວ ແລະ ລັດຖະບານ.
ສໍາລັບ ໂຄງການປະກັນໄພນັກທ່ອງທ່ຽວ ເປັນສ່ວນໜຶ່ງທີ່ສຳຄັນໃນການຊ່ວຍເຫຼືອອຸດສາຫະກຳການທ່ອງທ່ຽວໃຫ້ມີສະເຖຍລະພາບ, ຊຶ່ງຈະຊ່ວຍໃຫ້ນັກທ່ອງທ່ຽວມີຄວາມສະບາຍໃຈ ບໍ່ມີຄວາມກັງວົນ ແລະ ຢູ່ໃນການປົກປ້ອງຢູ່ສະເໝີ ພ້ອມທັງ ເປັນສ່ວນໜຶ່ງສໍາຄັນໃນການປະກອບສ່ວນເຮັດໃຫ້ລັດຖະບານມີລາຍຮັບເພີ່ມຂຶ້ນ ເພື່ອນຳໄປພັດທະນາແຫຼ່ງທ່ອງທ່ຽວ ແລະ ອື່ນໆ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2020ນີ້ ຢູ່ນະຄອນຫຼວງວຽງຈັນ ລະຫວ່າງ ວ່າການຫົວໜ້າຫ້ອງການ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ທ່ານ ບົົວໄລ ພານຸວົງ ແລະ ຜູ້ອຳນວຍການ ບໍລິສັດ ຟໍເຕ-ໂຕໂກ ລາວ ປະກັນໄພ ຈຳກັດ, ທ່ານ ເສົາວັນນາ ອໍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ: ວຽງຈັນທາຍ
ຮູບ: ສັງຄົມໄຊ

