ບໍ​ລິ​ສັດພັດ​ທະ​ນາ ທາງ​ດ່ວນ​ລາວ-ຈີນ ຈະ​ຮ​ວ່ມ​ມື​ກັບ​ສື່​ມວນ​ຊົນ ​ສ​ະ​ໜອງ​ຂໍ້​ມູນ​ທີ່​ຖືກ​ຕ້ອງ​ໃຫ້​ສັງ​ຄົມ

ບໍ​ລິ​ສັດພັດ​ທະ​ນາ ທາງ​ດ່ວນ​ລາວ-ຈີນ ຈະ​ຮ​ວ່ມ​ມື​ກັບ​ສື່​ມວນ​ຊົນ ​ສ​ະ​ໜອງ​ຂໍ້​ມູນ​ທີ່​ຖືກ​ຕ້ອງ​ໃຫ້​ສັງ​ຄົມ

ບໍ​ລິ​ສັດ​ຮ່ວມ​ທຶນພັດ​ທະ​ນາ ທາງ​ດ່ວນ ລາວ​-ຈີນ ໄດ້​ພົບ​ປະ ​ກັບ​ຕົວ​ແທນສື່​ມວນ​ຊົນ​ລາວ​ຈາກ 16 ​ສຳ​ນັກ​ງານ ເມື່ອວັນທີ 8 ເມສາ 2021ທີ່ຜ່ານມາເພື່ອ​ຊອກ​ຫ​າ​ຊ່ອງ​ທາງ​ການ​ຮ່ວມ​ ມື ໂຄ​ສະ​ນາ ແລະ ສ​ະ​ໜອງ​ຂໍ້​ມູນ​ທີ່​ຖືກ​ຕ້ອງໃຫ້ແກ່​ສັງ​ຄົມ.
ບໍ​ລິ​ສັດ​ດັ່ງ​ກ່າວ ​ເປັນ​ຜູ້​ພັດ​ທະ​ນາ ແລະ ບໍ​ລິ​ການ ທາງ​ດ່ວນວຽງ​ຈັນ ຫາ ວັງ​ວຽງ ເຊິ່ງ​ມີ​ຄວາມ​ຍາວ​ປະ​ມານ 111 ກິ​ໂລ​ແມັດ. ໂຄງ​ການ​ດັ່ງ​ກ່າວ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັ​ນ​ທາງ​ການ ໃນ​ວັນ​ທີ 20 ເດືອນ ທັນ​ວາ ປີ 2020.
​ທ່ານມາ​ຫົງ​ຫວາງ ຮອງ​ປະ​ທານ​ ບໍ​ລິ​ສັດ ​ຮ່ວມ​ທຶນ ພັດ​ທະ​ນາ ທາງ​ດ່ວນ ລາວ​-ຈີນ ໄດ້​​ຍົກຫຼາຍ​ບັນ​ຫາ​​ທີ່​ພົວ​ພັນ​ເຖິງ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ການທາງ​ດ່ວນ ລວມ​ໄປ​ເຖິງ​ການ​ແກ້​ໄຂ​ບັນ​ຫາ​ຕ່າງໆ ເພື່ອ​ມາ​ປຶກ​ສາ​ຫາ​ລື​ກັບ​ສື່​ມວນ​ຊົນ ເຊັ່ນ: ບັນ​ຫາການ​​ລັກ​ສາຍ​ໄຟ, ທຳ​ລາຍຮົ້ວຕາມ​ເສັ້ນ​ທາງ​ດ່ວນ, ສັດ​​ລ້ຽງ​ຂອງ​ປະ​ຊາ​ຊົນ ຂື້ນ​ມາ​ທາງ​ດ່ວນ, ​ອຸປະ​ຕິ​ເຫດ ແລະ ການ​ລາຍ​ງານ​ຂ່າວ​​ສື່ອ​ອນ​ລາຍ ບໍ່​ຖືກ​ຕ້ອງ​ຕາມ​ຄວາມ​ຈິງ ແລະ ອອກ​ຂ່າວ​ໃນ​ຮູບ​ແບບໃສ່​ຮ້າຍ​ປ້າຍ​ສີ​ທາງ​ດ່ວນ. ທ່ານມາ​ຫົງ​ຫວາງ ​ລາຍ​ງານ​ຕື່ມ​ວ່າ: ບໍ​ລິ​ສັດ​ໄດ້​ປະ​ສານ​ງານ​ກັບ​ຕຳຫຼວດ​ຈະລາຈອນທີ່​ຖືກ​ແຕ່ງ​ຕັ້ງ​ມາ​ປະ​ຈຳ​ຢູ່​ທາງ​ດ່ວນ ແລະ ນາຍບ້ານ ໂດຍ​ສະ​ເພາະ​ແມ່ນບ້ານທີ່​ຢູ່​ລຽບ​ຕາມ​ເສັ້ນທາງ​ດ່ວນ ເພື່ອ​ໂຄ​ສະ​ນາ ໃຫ້​ປະ​ຊາ​ຊົນ​ ເຂົ້າ​ໃຈ​ກ່ຽວ​ກັບ​ສາ​ເຫດ​ ຂອງ​ອຸ​​ປະຕິ​ເຫດ.
ບໍ​ລິ​ສັດ​ໄດ້​ຕິດ​ຕາມຄຳ​ຄິດ​ຄຳ​ເຫັນ ​ຂອງ​ປະ​ຊາ​ຊົນ ​ກ່ຽວ​ກັບ​ທາງດ່ວນ ຢູ່​ເຟ​ສ​ບຸກ.
ບາງ​ຄົນ​ກໍ່​ຍົກ​ຂື້ນ​ວ່າ ​ອ​ຸ​ໂມງ​ບາງ​ຈຸດມືດຫຼາຍ ຕໍ່​ກັບ​ບັນ​ຫານີ້ ທ່ານ​ມາ​ຫົງ​ຫວາງ ໄດ້​ອະ​ທິ​ບາຍ​ວ່າ: ​ສາຍ​ເຫດ ​ຂອງອຸໂມງ​ມືດ​ຍ້ອນ​ມີ​ຄົນ​ລັກ​ສາຍ​ໄຟ​ຟ້າ, ບໍ​ລິ​ສັດ​ກໍ່ໄດ້​ມີ​ຄວາມ​ພະ​ຍາ​ຍາມສ້ອມ​ແປງ​ຄືນຫຼາຍ​ຄັ້ງແຕ່​ກໍ່​​ຍັງມີ​ຄົນ​ມາ​ລັກ​ອີກ.
ໂຄງ​ການທາງ​ດ່ວນ​ວຽງ​ຈັນຫາ ວັງ​ວຽງ ເປັນ​ເສັ້ນ​ທາງ​ດ່ວນ​ທຳ​ອິດ ຂອງ ສ​ປ​ປ ລາວ ແລະ ກໍ່​ແມ່ນ​ໂຄງ​ການ​ຍຸດ​ທະ​ສາດ​ ທີ່​ສຳ​ຄັນ ໃນ​ການ​ເຊື່ອມ​ໂຍງ ລະ​ຫວ່າງ ຍຸດ​ທະ​ສາດ​ການ​ຫັນປະ​ເທດ​ ອອກ​ຈາກ​ປະ​ເທດ ​ທີ່ບໍ່​ມີ​ຊາຍແດນຕິດຈອດກັບທະເລ ກາຍ​ເປັນປະ​ເທດ​ເຊື່ອມ​ໂຍງ ແລະ ຂໍ້​ລິ​ເລີ່ມ ໜຶ່ງ​ເສັ້ນ​ທາງ ໜຶ່ງ​ແລວ​ທາງ ຂອງ ສ​ປ ຈີນ.
ຫລັງ​ຈາກ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການແລ້ວທາງ​ດ່ວນ​ວຽງ​ຈັນ ຫາ ວັງ​ວຽງ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ທຸ​ລະ​ກິດ ແລະ ການ​ບໍ​ລິ​ການ​ ຢູ່​ເມືອງ ວັ​ງວຽງ​ໃຫ້​ມ​ີຊີ​ວິດ​ຊີ​ວາ​ຂື້ນ ຫຼັງ​ຈາກ ບັນ​ດາຫົວ​ໜ່ວຍ​ທຸ ​ລະ​ກິດ ເຫຼົ່າ​ນີ້​ຖືກ​ກະ​ທົບ​ ຈາກ​ພະ​ຍາດ​ໂຄວິດ-19 ແລະ ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ເດີນ​ທາງ.
ໄລ​ຍ​ະ​ເວ​ລາ​ເດີນ​ທາງຈາກ​ນະ​ຄອນ​ຫຼວງວຽງ​ຈັນ ຫາ ເມືອງ ວັງ​ວຽງ ຫຼຸດລົງ​ຈາກ 3ຊົ່ວ​ໂມງ ມາ​ເປັນ 1ຊົ່ວ​ໂມງ ກັບ 20 ນາ​ທີ ດ້ວຍ​ຄວາມ​ໄວ​ຈຳ​ກັດ 120 ກິ​ໂລ​ແມັດຕໍ່ຊົ່ວໂມງ.
ທາງດ່ວນແມ່ນ​ມີ​ຄວາມ​ໄວຂອງ​ການ​ສັນ​ຈອນ​ຂອງ​ພາ​ຫະ​ນະ. ດັ່ງ​ນັ້ນ, ອ​ຸ​ປະ​ຕິ​ເຫດຈຶ່ງ​ເກີດ​ຂື້ນ​ຫຼາຍ​ຄັ້ງ ຍ້ອນ​ຄວາມ​ປະ​ໝາດ​ຂອງ​ນັກ​ຂັບ​ຂີ່ ​ເຮັດ​ໃຫ້​​ມີ​ຄົນເສຍ​ຊິ​ວິດ ແລະ ຊັບ​ສິນ.
ທ່ານມາ​ຫົງ​ຫວາງ ໄດ້​ຍົກ​ໃຫ້​ເຫັນ​ສາ​ຍ​ເຫດ​ຫຼັກໆຂອງ​ປຸ​ຕິ​ເຫດມີ​ຄື​ດັ່ງ​ນີ້: ຍ້ອນ​ຜູ້​ຂັບ​ຂີ່​ຂັບ​ເກີນ ​ຄວາມ​ໄວ​ຈຳ​ກັດ​ຫຼາຍ, ເມົາ​ແລ້ວ​ຂັບ​, ຂັບ​ລົດ​ໃນ​ຄະ​ນະ​ທີ່​ຮ່າງ​ກາຍ​ອິດ ອ​ອ່ນ​ເພຍ ແລະ ​ເໝື່ອຍ ​ແລະ ອື່ນໆ…
​ນອກ​ຈາກ​ພັດ​ທະ​ນາ ແລະ ກໍ່​ສ້າງ ທາງ​ດ່ວນ​ຈາ​ກວຽງຈັນ​ຈາກ ຫາ ວັງ​ວຽງ ແລ້ວ ບໍ​ລິ​ສັດ​ຮ່ວມ​ທຶນ ພັດ​ທະ​ນາທາງ​ດ່ວນ ລາວ​-ຈີນ ຍັງ​ຈະ​ສືບ​ຕໍ່​ພັດ​ທະ​ນາ ​​ທາງ​ດ່ວນຊວງ ອື່ນ​ໆອີກ ​ຕໍ່​ຈາກ ວັງ​ວຽງ ເຊັ່ນ: ວັງ​ວຽງ ​ເຖິງ ບໍ​ເຕັນ ​ຢູ່ແຂວງ ຫຼວງ​ນ້ຳ​ທາເຊິງ​ມ​ີຕິດ​ສາຍ​ແດນ​ກັບ ​ແຂວງ ຢູນ​ນານ ສ​ປ​ ຈີນ.

ຂ່າວ-ພາບ: ມະ​ນີ​ຈັນ

Related Articles

Leave a Reply