ປກສ ນະຄອນຫຼວງວຽງຈັນ ຈັບຜູ້ຖືກຫາລັກຊິ້ນສ່ວນລາງລົດໄຟ 3ຄົນ

ປກສ ນະຄອນຫຼວງວຽງຈັນ ຈັບຜູ້ຖືກຫາລັກຊິ້ນສ່ວນລາງລົດໄຟ 3ຄົນ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ສາມາດຈັບຜູ້ຖືກຫາໄດ້ 3 ຄົນ ທີ່ລັກນ໋ອດຈັບລາງລົດໄຟ, ເຫຼັກສໍາເລັດຮູບ  ແລະ ກວດຄົ້ນຮ້ານເຫຼັກເສດພົບເຫຼັກກຽວໃຫ່ຍ ແລະ ແຜ່ນເຫຼັກທີ່ເປັນຊິ້ນສ່ວນຈາກ ໂຄງການທາງລົດໄຟລາວ-ຈີນ.
ຫົວໜ້າຫ້ອງການກອງບັນຊາການ ປກສ ນວ ທ່ານ ພັທ ສົມພຽງ ສຸກປະເສີດ ໄດ້ລາຍງານກ່ຽວກັບວຽກງານປ້ອງກັນຢູ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃນໄລຍະທີ່ຜ່ານມາເມື່ອບໍ່ດົນມານີ້ວ່າ: ກໍາລັງປ້ອງກັນ ແລະ ພາກສ່ວນກ່ຽວຂ້ອງສາມາດກັກຕົວຜູ້ຖືກຫາສະເພາະລັກຊິ້ນສ່ວນເຫຼັກອອກຈາກລາງລົດໄຟລາວ-ຈີນໄດ້ 3 ຄົນ, ກວດພົບຂອງກາງເຫຼັກສໍາເລັດຮູບ 4 ທ່ອນນໍ້າໜັກ 32 ກິໂລ, ເຫຼັກຈັບລາງລົດໄຟ 4 ອັນ ແລະ ໄດ້ລົງກວດກາຮ້ານຮັບຊື້ເຫຼັກເສດ1 ຮ້ານ ຢູ່ບ້ານໜອງພະຍາພົບເຫັນເຫຼັກທີ່ຄົນລັກມາຂາຍມີ ເຫຼັກແຜ່ນຈໍານວນ 30 ແຜ່ນ, ເຫຼັກກຽວໃຫຍ່ 7 ໂຕ, ເຫຼັກກຽວກາງ 262 ໂຕ, ເຫຼັກກຽວນ້ອຍ 14 ໂຕ.
ທ່ານ ພັທ ສົມພຽງໄດ້ກ່າວຕື່ມວ່າ: ຜູ້ຖືກຫາດັ່ງກ່າວແມ່ນໄດ້ຖືກໃສ່ລະບຽບຕາມກົດໜາຍຂອງບ້ານເມືອງ ນອກນັ້ນຍັງໄດ້ສຶກສາອົບຮົບ ແລະ ປັບໄໝເຈົ້າຂອງຮ້ານເຫຼັກເສດທີ່ຮັບຊື້ຂອງໂຈນ ແລະ ຢຶດເຫຼັກຈໍານວນດັ່ງກ່າວຄືນ.

ຂໍ້ມູນ: ປກສ​ ​ນວ

Related Articles

Leave a Reply