ປະຊາຊົນທີ່ອາໄສ ແລະ ດໍາລົງຊີວິດຢູ່ ລຽບຕາມແມ່ນໍ້າເຊກອງຈົ່ງມີສະຕິລະວັງຕໍ່ສະພາບ ນໍ້າເຊກອງທີ່ຈະເພີ່ມຂຶ້ນຜິດປົກກະຕິນັບແຕ່ວັນທີ 7-10 ຕຸລານີ້

ປະຊາຊົນທີ່ອາໄສ ແລະ ດໍາລົງຊີວິດຢູ່ ລຽບຕາມແມ່ນໍ້າເຊກອງຈົ່ງມີສະຕິລະວັງຕໍ່ສະພາບ ນໍ້າເຊກອງທີ່ຈະເພີ່ມຂຶ້ນຜິດປົກກະຕິນັບແຕ່ວັນທີ 7-10 ຕຸລານີ້

ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງເຊກອງໄດ້ອອກແຈ້ງການເມື່ອວັນທີ 6 ຕຸລາ 2020 ທີ່ຜ່ານມາ ເຖິງປະຊາຊົນທີ່ອາໄສ ແລະ ດໍາລົງຊີວິດຢູ່ ລຽບຕາມແມ່ນໍ້າເຊກອງ ແຂວງເຊກອງຈົ່ງມີສະຕິລະວັງຕົວ ແລະ ບໍ່ໃຫ້ແຕກຕື່ນ ໂດຍສະເພາະຊາວປະມົງ ຕໍ່ສະພາບນໍ້າເຊກອງທີ່ຈະເພີ່ມຂຶ້ນຜິດປົກກະຕິລະຫວ່າງວັນທີ 7-10 ຕຸລານີ້ ຍ້ອນວ່າບໍລິສັດຮຸ້ນສ່ວນເຂື່ອນໄຟຟ້ານໍ້າຕົກພາກກາງ (ອາເລື່ອຍ) ປະເທດ ສສ ຫວຽດນາມຈະປ່ອຍນໍ້າອອກຈາກເຂື່ອນເພື່ອບໍລິຫານອ່າງເກັບນໍ້າເຂື່ອນໄຟຟ້າດັ່ງກ່າວ ຊຶ່ງຈະເລີ່ມປ່ອຍເວລາ 8 ໂມງ 00 ຂອງວັນທີ 9 ຕຸລາ 2020 ທີ່ຈະມາເຖິງນີ້.
ບໍລິມາດທີ່ຈະປ່ອຍແມ່ນປະມານ 100- 1.000 ແມັດກ້ອນ/ວິນາທີ ແລະ ຄາດວ່າລະດັບນໍ້າເຊກອງຈະເພີ່ມຂຶ້ນຢູ່ໃນລະດັບ 5,50 – 6,50 ແມັດນັບແຕ່ວັນທີ 7-10 ຕຸລານີ້ ແຕ່ຈະເພີ່ມຂຶ້ນບໍ່ຮອດລະດັບເຂດເຕືອນໄພ ຄື: 17,50 ແມັດ ແລະ ເຂດອັນຕະລາຍແມ່ນ 18,50 ແມັດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply