ປະຊາຊົນຢາກຮູ້ກໍານົດເວລາເປີດ-ປິດໄຟເຍືອງທາງ ແລະ ລະບົບນໍ້າພຸ ສວນປະຕູໄຊ

ປະຊາຊົນຢາກຮູ້ກໍານົດເວລາເປີດ-ປິດໄຟເຍືອງທາງ ແລະ ລະບົບນໍ້າພຸ ສວນປະຕູໄຊ

ປະຊາຊົນໃນຕົວເມືອງນະຄອນຫຼວງວຽງຈັນ, ເຂດນອກເມືອງ ແລະ ປະຊາຊົນຕ່າງແຂວງຫຼາຍຄົນທີ່ໄດ້ຕັ້ງໃຈມາທ່ຽວຊົມຄວາມງາມຂອງໄຟເຍືອງທາງ ແລະ ລະບົບນໍ້າພຸທີ່ໄດ້ເປີດນໍາໃຊ້ເມື່ອບໍ່ດົນມານີ້ຕ່າງກໍ່ຜິດຫວັງໄປຕາມໆກັນເພາະມີການປິດໄຟເຍືອງທາງ ແລະ ລະບົບນໍ້າພຸໄວໂພດທັງທີ່ຍັງບໍ່ທັນເດິກປານໃດ, ເຂົາເຈົ້າຢາກໃຫ້ລັດຖະບານກໍານົດເວລາ ຫຼື ໂມງ ໃນການເປີດ-ປິດ ໄຟເຍືອງທາງໃນເທດສະບານ 7 ເສັ້ນທາງ ແລະ ລະບົບນໍ້າພຸ ສວນປະຕູໄຊ ໃຫ້ລະອຽດ ເພື່ອບໍ່ໃຫ້ມາແລ້ວເສຍເວລາ.

ທ່ານພັນສີ ສິງຊົມພູ ປະຊາຊົນບ້ານໂພນໝີ ເມືອງໂພນໂຮງ ແຂວງວຽງຈັນ  ເປັນຜູ້ໜຶ່ງທີ່ພາແມ່ ແລະ ຄອບຄົວ ເຂົ້າມານະຄອນຫຼວງວຽງຈັນ ເພື່ອມາເບີ່ງຄວາມສວຍງາມຂອງໄຟເຍືອງທາງ ແລະ ລະບົບນໍ້າພຸ ໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອດົນມານີ້ວ່າ: ລາວ ແລະ ຄອບຄົວຢູ່ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ພາກັນມາເບີ່ງ ໄຟເຍືອງທາງ ແລະ ລະບົບນໍ້າພຸ ທີ່ຫາກໍ່ສຳເລັດການກໍ່ສ້າງ ແລະ ໄດ້ເປີດນໍາໃຊ້ເມື່ອບໍ່ດົນມານີ້, ແຕ່ເມື່ອມາຮອດພົບວ່າ ໄຟເຍືອງທາງ ແລະ ນໍ້າພຸແມ່ນບໍ່ໄດ້ເປີດ, ເມື່ອຖາມປະຊາຊົນທີ່ມາກ່ອນລາວຈຶ່ງຮູ້ວ່າແມ່ນໄດ້ເປີດ ແລະ ປິດໄປແລ້ວທັງທີ່ເວລານັ້ນຫາກໍ 20 ໂມງເທົ່ານັ້ນ ຈຶ່ງຢາກໃຫ້ລັດຖະບານກໍານົດເວລາເປີດ-ປິດ ໄຟເຍືອງທາງ ແລະ ລະບົບນໍ້າພຸຢ່າງລະອຽດ.

ໂຄງການຍົກລະດັບໄຟເຍືອງທາງໃນເທດສະບານ 7 ເສັ້ນທາງ ໃຈກາງຕົວເມືອງນະຄອນຫຼວງວຽງຈັນ ແລະ ລະບົບນໍ້າພຸ ສວນປະຕູໄຊ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ  ມູນຄ່າສູງເຖິງ 87,5 ລ້ານຢວນ ເພື່ອເປັນຂອງຂວັນໃຫ້ແກ່ລັດຖະບານລາວ ແລະ ປະຊາຊົນລາວ ໃນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ( 2 ທັນວາ 1975 – 2 ທັນວາ 2020 ).

ຂ່າວ: ວຽງຈັນທາຍ

ພາບ: ສັງຄົມໄຊ

Related Articles

Leave a Reply