ປະຊາຊົນລາວຕ້ອງດຳລົງຊີວິດປົກກະຕິແບບໃໝ່ ໃນຍຸກຂອງພະຍາດໂຄວິດ-19 ລະບາດ

ປະຊາຊົນລາວຕ້ອງດຳລົງຊີວິດປົກກະຕິແບບໃໝ່ ໃນຍຸກຂອງພະຍາດໂຄວິດ-19 ລະບາດ

ຄະນະສະເພາະກິດເພື່ອຄວບຄຸມ, ປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19 ຍັງໄດ້ແຈ້ງການເນັ້ນໃຫ້ປະຊາຊົນລາວປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຢ່າງເຄັ່ງຄັດ, ພ້ອມທັງສືບຕໍ່ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເປັນຕົ້ນ ແມ່ນ ອອກຈາກບ້ານເມື່ອຈຳເປັນ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ, ຫຼີກລ້ຽງການໃຊ້ລົດໂດຍສານສາທາລະນະ ໂດຍສະເພາະເວລາແອອັດ,  ການລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື, ການປະຕິບັດຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ການກິນອາຫານທີ່ປຸງສຸກໃໝ່, ການແຍກຂອງໃຊ້ສ່ວນຕົວ ບໍ່ຄວນໃຊ້ຮ່ວມກັບຜູ້ອື່ນ, ເມື່ອກັບຮອດບ້ານ ຄວນອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີ ທັງນີ້ກໍ່ເພື່ອປ້ອງກັນພະຍາດໂຄວິດ-19.

ຄະນະສະເພາະກິດເພື່ອຄວບຄຸມ, ປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19 ໄດ້ອອກແຈ້ງການມື້ເຊົ້ານີ້ວັນທີ 11 ກໍລະກົດກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກວ່າ: ທົ່ວໂລກຍັງໜ້າເປັນຫ່ວງ ເພາະຍັງມີ ການລະບາດຂອງເຊື້ອພະຍາດດັ່ງກ່າວເປັນວົງກວ້າງ ເຖິງແມ່ນວ່າ ສປປ ລາວ ບໍ່ພົບເຊື້ອພະຍາດດັ່ງກ່າວເປັນເວລາ 90 ວັນແລ້ວກໍ່ຕາມ ແຕ່ຄະນະສະເພາະກິດ ຍັງເຝົ້າລະວັງຢ່າງເຂັ້ມງວດ ໂດຍມີການວັດແທກອຸນຫະພູມຮ່າງກ່າຍ ແລະ ກັກບໍລິເວນເປັນເວລາ 14 ວັນຢູ່ສູນກັກກັນ ສໍາລັບຜູ້ທີ່ເດີນທາງເຂົ້າມາລາວໂດຍຜ່ານດ່ານຕ່າງໆໃນຂອບເຂດທົ່ວປະເທດ.

 ມາຮອດມື້ນີ້ວັນທີ 11 ກໍລະກົດ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ), ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 12,605,011 (236,435 ໃໝ່), ເສຍຊິວິດ 561,778 (5,417 ໃໝ່), ປີ່ນປົວຫາຍດີ 7,318,337 (140,920 ໃໝ່).

ຢູ່ຂົງເຂດອາຊີ ຍັງແມ່ນປະເທດອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 27,715 ຄົນ.

ສະເພາະໃນບັນດາກຸ່ມປະເທດອາຊຽນ  ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 183,769 ຄົນ ແລະ ເສຍຊີວິດ 5,043 ​ຄົນ.

ຂ່າວ: ວຽງຈັນທາຍ

ພາບປະກອບ

Related Articles

Leave a Reply