ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໃຫ້ຮູ້ວ່າ: ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ (ລບຕ) ໜັກໜ່ວງກ່ວາໝູ່ໃນໂລກ, ທຽບໃສ່ຫົວຄົນ. ຕະຫຼອດ 9 ປີ (ປີ 1964 ເຖິງປີ 1973) ຂອງການຖີ້ມລະເບີດ, ທຸກໆ 8 ນາທີ ມີຍົນຫຼາຍກ່ວາ 580.000 ຖ້ຽວ ບັນທຸກລະເບີດ ມາຖີ້ມລົງໃສ່ຜືນແຜ່ນດິນລາວ ເຊິ່ງມີປະມານ 3 ລ້ານໂຕນ, ໃນນັ້ນ ມີລະເບີດລູກຫວ່ານ (ລະເບີດບົມບີ) ປະມານ 270 ລ້ານໜ່ວຍ. ນັກວິຊາການດ້ານລະເບີດ ຄາດຄະເນວ່າ 30 ສ່ວນຮ້ອຍຂອງລະເບີດດັ່ງກ່າວແມ່ນບໍ່ທັນແຕກ, ໝາຍຄວາມວ່າ ພາຍຫຼັງສົງຄາມສິ້ນສຸດ ຍັງມີລະເບີດ ລູກຫວ່ານປະມານ 80 ລ້ານໜ່ວຍ ແລະ ບົມໃຫ່ຍອີກຫຼາຍລ້ານໜ່ວຍ ຍັງບໍ່ທັນແຕກຕົກຄ້າງຢູ່ປະເທດເຮົາ ເຮັດໃຫ້ປະຊາຊົນລາວບັນດາເຜົ່າທີ່ດໍາລົງຊີວິດ, ທໍາມາຫາກິນໄດ້ເສຍຊີວິດ ແລະ ຖືກບາດເຈັບເປັນຈຳນວນຫຼວງຫຼາຍ, ແຕ່ປີ 2009 ເຖິງ ປະຈຸບັນ ກໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ຈາກ ລບຕ ປະມານ 50 ຄົນຕໍ່ປີ.
ຄຊກລໃຫ້ຮູ້ຕື່ມວ່າ: ສປປ ລາວ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໂດຍສຸມໃສ່ການໂຄສະນາສຶກສາຄວາມສ່ຽງໄພ, ການສໍາຫຼວດ, ກວດກູ້ ແລະ ທໍາລາຍ, ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ. ຄຽງຄູ່ກັນນັ້ນ, ໄດ້ເອົາໃຈໃສ່ເຊື່ອມສານວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກເຂົ້າໃນຂະແໜງການກ່ຽວຂ້ອງ ໂດຍສະເພາະການເຊື່ອມສານເຂົ້າໃນຫຼັກສູດການຮຽນການສອນຊັ້ນປະຖົມ, ການເຊື່ອມເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (2021-2025), ການສ້າງຮ່າງດໍາລັດວ່າດ້ວຍການຄຸ້ມຄອງການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ພັດທະນາຍຸດທະສາດຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ເຊິ່ງມີຄວາມໝາຍ ແລະ ຄວາມສໍາຄັນຂອງການຈັດຕັ້ງປະຕິບັດ, ການພົວພັນ ແລະ ຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ.
ຂໍ້ມູນ-ພາບ: ຄຊກລ

