ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງການດ່ວນມື້ວານນີ້ວັນທີ 16 ກັນຍາ ເຖິງປະຊາຊົນທີ່ອາໄສຢູ່ເຂດພາກເໜືອ, ພາກກາງ ແລະ ພາກໃຕ້ ໃຫ້ກຽມຮັບມືກັບພະຍຸໝູນລະດູຮ້ອນ ໂນອິນຫົວທີ 11 ທີ່ຈະພັດຜ່ານປະເທດລາວນັບແຕ່ວັນທີ່ 18 ຫາ 20 ກັນຍານີ້ ຊຶ່ງຈະມີຝົນຕົກໜັກ, ລົມແຮງ, ຟ້າຮ້ອງ ຟ້າເຫຼື້ອມ ຊຶ່ງອາດຈະກໍ່ໃຫ້ເກີດມີນ້ຳຖ້ວມຊູ, ຕົ້ນໄມ້ ແລະ ເສົາໄຟຟ້າຫັກ, ດິນເຈື່ອນເກີດຂື້ນ ແລະ ອື່ນໆ.
ພະຍຸດັ່ງກ່າວຈະຂຶ້ນຝັ່ງເຂດເມືອງດານັງ ຂອງ ປະເທດຫວຽດນາມໃນຕອນບ່າຍຂອງວັນທີ 18 ກັນຍາ ແຕ່ຈະເຂົ້າມາ ສປປ ລາວ ໂດຍເລີ່ມຈາກແຂວງ ສາລະວັນ, ສະຫວັນນະເຂດ ແລະ ຄໍາມ່ວນ ໃນຄືນຂອງວັນທີ 18 -19 ກັນຍາ ຊຶ່ງມີຄວາມໄວ ຫຼື ຄວາມແຮງຂອງລົມ ເຖິງ 15 ກິໂລແມັດຕໍ່ຊົ່ວໂມງ, ຈາກນັ້ນກໍ່ຈະອ່ອນກໍາລັງລົງເປັນພະຍຸດີເປຼຊັນ ແຕ່ຍັງຈະມີຝົນຕົກໜັກ ແລະ ລົມພັດແຮງຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້.
ບັນດາແຂວງທີ່ຈະຕ້ອງກຽມຮັບມືປະກອບມີແຂວງຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫລວງວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື. ມີພຽງ 3 ແຂວງຄື: ແຂວງ ຜົ້ງສາລີ, ຫລວງນໍ້າທາ ແລະ ອຸດົມໄຊ ທີ່ຈະບໍ່ໄດ້ຮັບຜົນກະທົບ ຈາກພະ ຍຸ ໃນຄັ້ງນີ້.
ຂ່າວ: ວຽງຈັນທາຍ

