ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ ວັນທີ 13 ກໍລະກົດ 2026, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ໃນວັນທີ 11 ກໍລະກົດ 2026 ທີ່ຜ່ານມານີ້ ທີ່ໜອງໃຫຍ່ບຶງທາດຫຼວງ (ເຂດເສດຖະກິດພິເສດ) ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມພິທີ ໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ, ບັນດາການນຳພັກ-ລັດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ຕະຫຼອດຮອດມວນຊົນທຸກພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຂຶ້ນລາຍງານວ່າ: ພັກ ແລະ ລັດຖະບານ ໄດ້ກຳນົດເອົາວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ ມາແຕ່ປີ 1997 ຊຶ່ງປີນີ້ຄົບຮອບ 29 ປີ. ວັນດັ່ງກ່າວ ຍັງກົງກັບວັນເກີດ ຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ. ການຈັດກິດຈະກຳນີ້ ມີຈຸດປະສົງເພື່ອປູກຈິດສຳນຶກໃຫ້ທົ່ວສັງຄົມ ເຫັນໄດ້ຄວາມສຳຄັນຂອງການອະນຸລັກພັນສັດນ້ຳ, ຟື້ນຟູຄວາມອຸດົມສົມບູນຂອງລະບົບນິເວດ, ທັງເປັນການຈາລຶກຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ທີ່ມີຕໍ່ປະເທດຊາດ.
ສໍາລັບການຈັດກິດຈະກຳໃນປີ 2026 ນີ້, ຂະແໜງການ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊຸກຍູ້ໃຫ້ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃນທົ່ວປະເທດ ຮ່ວມກັນຈັດ ກິດຈະກຳປ່ອຍປາ ແລະ ສັດນໍ້າໃຫ້ໄດ້ຫຼາຍກວ່າ 72 ລ້ານໂຕ. ພາຍໃຕ້ຄຳຂວັນ: “ຈົ່ງພ້ອມກັນປ່ອຍປາ ແລະ ສັດນໍ້າ ຄືນສູ່ທຳມະຊາດ ໃຫ້ມີຄວາມອຸດົມສົມບູນ ຕະຫຼອດໄປ” ແລະ “ການປົກປັກຮັກສາປາ ແລະ ສັດນໍ້າ ແມ່ນພັນທະ ຂອງທົ່ວປວງຊົນທັງຊາດ”.
ສະເພາະພິທີທີ່ຈັດຂຶ້ນຢູ່ໜອງໃຫຍ່ບຶງທາດຫຼວງໃນຄັ້ງນີ້, ໄດ້ມີການປ່ອຍປາຈໍານວນ 1 ລ້ານກວ່າໂຕ ຊຶ່ງປະກອບ ມີ: ປາປາກ, ປານວນຈັນ, ປາເພ້ຍ, ປາກົດ, ປາເຄິງ ແລະ ປາພື້ນເມືອງອື່ນໆ ທີ່ໄດ້ຮັບການສະໜັບສະໜູນມາຈາກ ສູນພັດທະນາການປະມົງນໍ້າຊ່ວງ, ສູນຄົ້ນຄວ້າການປະມົງ ໜອງແຕ່ງ, ສູນຫ້ວຍຊອນ-ຫ້ວຍຊົ້ວ, ສູນບໍລິການ ເຕັກນິກກະສິກຳ ລາວ-ເກົາຫຼີ ແລະ ສູນສະຖານີຕ່າງໆ.
ຂ່າວ: ແສງຈັນ

