ປະທານາທິບໍດີມຽນມາເດີນທາງ ມາຢ້ຽມຢາມລັດຖະກິດ ສປປ ລາວ ສະເຫຼີມສະຫຼອງວັນສ້າງຕັ້ງ ສາຍພົວພັນ ການທູດຄົບຮອບ 70 ປີ

ປະທານາທິບໍດີມຽນມາເດີນທາງ ມາຢ້ຽມຢາມລັດຖະກິດ ສປປ ລາວ ສະເຫຼີມສະຫຼອງວັນສ້າງຕັ້ງ ສາຍພົວພັນ ການທູດຄົບຮອບ 70 ປີ

ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີແຫ່ງສາທາລະນະລັດສະຫະພາບມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນ ເຊົ້າຂອງວັນທີ 3 ກໍລະກົດ 2026 ນີ້, ເພື່ອດຳເນີນການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ລະຫວ່າງ ວັນທີ 3-5 ກໍລະກົດ 2026.

ພິທີຕ້ອນຮັບຢູ່ສະໜາມບິນໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ;                    ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ; ທ່ານ ສີລິລາດ ທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍເອກອັກຄະລັດຖະທູດ ຂອງທັງສອງ ປະເທດ ແລະ ຄະນະທີ່ກ່ຽວຂ້ອງຂອງທັງຝ່າຍລາວ ແລະ ຝ່າຍມຽນມາ ໄດ້ຮ່ວມໃຫ້ ການຕ້ອນຮັບຢ່າງອົບອຸ່ນ.

ການຢ້ຽມຢາມລັດຖະກິດຄັ້ງນີ້ ແມ່ນເພື່ອຕອບສະໜອງຄຳເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໂດຍມີຈຸດປະສົງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ລະຫວ່າງສອງປະເທດ ພ້ອມທັງເປັນໂອກາດອັນສຳຄັນໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືອັນໃກ້ຊິດສະໜິດສະໜົມ ໃນຖານະປະເທດ ໃກ້ຄຽງ ລະຫວ່າງ ລາວ-ມຽນມາ ໃຫ້ແໜ້ນແຟ້ນ ແລະ ພັດທະນາຮຸ່ງເຮືອງຍິ່ງຂຶ້ນຕໍ່ໄປ.

ຂ່າວຈາກ: ກະຊວງ ການຕ່າງປະເທດ

Related Articles

Leave a Reply