ຈັດຕັ້ງປະຕິບັດໂຄງການເຫັນຜົນໄວ (Quick Impact Project ຫຼື QIP) ປະຈໍາປີ 2026-2027 ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າຄົງຄາ (Mekong Ganga Cooperation ຫຼື MGC) ຊຶ່ງພິທີລົງນາມບົດບັນທຶກຄວາມເຂົ້າໃຈໂຄງການ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ 2026 ນີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສ ອິນເດຍ.
ໂດຍໃຫ້ກຽດເຂົ້າຮ່ວມ ແລະ ລົງນາມໃນພິທີຄັ້ງນີ້ ຂອງທ່ານ Yogeshwar Sangwan ເອກອັກຄະລັດຖະທູດ ແຫ່ງ ສ ອິນເດຍ ປະຈໍາ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະບານອິນເດຍ ແລະ ບັນດາທ່ານຕາງໜ້າຈາກ 10 ແຂວງ ທີ່ໄດ້ຮັບອະນຸມັດໂຄງການຂອງຝ່າຍ ສປປ ລາວ ຄື: ແຂວງຈຳປາສັກ, ຫຼວງນໍ້າທາ, ສາລະວັນ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ, ບໍ່ແກ້ວ, ເຊກອງ, ອຸດົມໄຊ ແລະ ວຽງຈັນ, ໂດຍມີ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຮ່ວມກັບຜູ້ຕາງໜ້າຈາກບັນດາກົມທີ່ກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ແລະ ພະນັກງານຈາກສະຖານທູດອິນເດຍ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນສົກປີ 2026-2027 ນີ້, ສປປ ລາວ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານອິນເດຍ ສຳລັບໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຈຳນວນ 10 ໂຄງການ ລວມເປັນມູນຄ່າ 498,387.37 ໂດລາ ຄື:
ໂຄງການກໍ່ສ້າງອາຄານໂຮງຮຽນປະຖົມ ແລະ ສິ່ງອໍານວຍຄວາມສະດວກທາງດ້ານສາທາລະນະສຸກ ບ້ານກາງໂຂງ ແຂວງຈຳປາສັກ ມູນຄ່າ 50,000 ໂດລາ; ໂຄງການກໍ່ສ້າງອາຄານ ສຳລັບພະຍາດວັນນະໂຣກ ໂຮງໝໍວຽງຄູຄຳ ແຂວງຫຼວງນໍ້າທາ ມູນຄ່າ 49,532 ໂດລາ; ໂຄງການກໍ່ສ້າງອາຄານປະສູດ, ສຸກສາລາບ້ານແບ່ງອຸດົມ ແຂວງສາລະວັນ ມູນຄ່າ 49,906 ໂດລາ; ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມສາທິດ ແຂວງຊຽງຂວາງ ມູນຄ່າ 49,500 ໂດລາ; ໂຄງການສົ່ງເສີມປູກຜັກອິນຊີ (ເຮືອນແກ້ວ) ເພື່ອເປັນສິນຄ້າໃນໄລຍະລະດູແລ້ງ ແລະ ລະດູຝົນ ແຂວງຫົວພັນ ມູນຄ່າ 49,906 ໂດລາ; ໂຄງການກໍ່ສ້າງຫ້ອງການປົກຄອງຕາແສງຖິ່ນແກ້ວ ແຂວງວຽງຈັນ ມູນຄ່າ 50,000 ໂດລາ; ໂຄງການກໍ່ສ້າງອາຄານໂຮງຮຽນປະຖົມສີສະຫວ່າງໃຕ້ ແຂວງສະຫວັນນະເຂດ ມູນຄ່າ 50,000 ໂດລາ; ໂຄງການກໍ່ສ້າງຫໍວາງສະແດງຜົນງານ ແລະ ສະໜອງອຸປະກອນຝຶກອົບຮົມວິຊາຊີບໃຫ້ແກ່ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແຂວງບໍ່ແກ້ວ ມູນຄ່າ 49,991.37 ໂດລາ; ໂຄງການກໍ່ສ້າງອາຄານໂຮງຮຽນປະຖົມກຳກອກ ແຂວງເຊກອງ ມູນຄ່າ 49,683 ໂດລາ; ແລະ 10). ໂຄງການກໍ່ສ້າງອາຄານສຸກສາລາບ້ານຫ້ວຍປອດ ແຂວງອຸດົມໄຊ ມູນຄ່າ 49,869 ໂດລາ.
ໃນໂອກາດນີ້, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ໃນນາມກອງເລຂາແຫ່ງຊາດຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ໄດ້ຕາງໜ້າໃຫ້ ສປປ ລາວ ກ່າວສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນອິນເດຍ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຕໍ່ເນື່ອງໂດຍຜ່ານຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຂອງ ສປປ ລາວ ລວມທັງ ການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືຮອບດ້ານລະຫວ່າງ ສປປ ລາວ ແລະ ອິນເດຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ແຫ່ງ ສ ອິນເດຍ ປະຈຳ ສປປ ລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາໂຄງການເຫັນຜົນໄວເຫຼົ່ານີ້ ຈະຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ບັນລຸຄາດໝາຍທີ່ວາງໄວ້ ເພື່ອຮ່ວມກັນຊຸກຍູ້ການພັດທະນາແບບຍືນຍົງໃນອະນຸພາກພື້ນແມ່ນ້ຳຂອງ.
ສ ອິນເດຍ ໃນນາມຄູ່ຮ່ວມພັດທະນາຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງການເຫັນຜົນໄວໃນປີ 2012 ໂດຍມີຈຸດປະສົງ ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກລຸ່ມແມ່ນ້ຳຂອງ ແລະ ສົ່ງເສີມສາຍພົວພັນອັນດີກັບອິນເດຍ ຊຶ່ງນັບຕັ້ງແຕ່ສ້າງຕັ້ງໂຄງການດັ່ງກ່າວ ສປປ ລາວ ໄດ້ຮັບອະນຸມັດໂຄງການ ຈຳນວນທັງໝົດ 36 ໂຄງການ ລວມມູນຄ່າ 1,763,678 ໂດລາ.
ຂ່າວ: ກຕທ

