ປະເທດເຮົາ, ເຖິງຈະມີກາລະໂອກາດທີ່ເອື້ອອຳນວຍໃນຫຼາຍດ້ານ,ແຕ່ກໍ່ຍັງຈະສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ

ປະເທດເຮົາ, ເຖິງຈະມີກາລະໂອກາດທີ່ເອື້ອອຳນວຍໃນຫຼາຍດ້ານ,ແຕ່ກໍ່ຍັງຈະສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດ  ແຫ່ງ ສປປ ລາວໄດ້ສະເໜີຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕໍ່ກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ​ຂອງ​ພັກ ປະ​ຊາ​ຊົນປະ​ຕິ​ວັດລາວ ໃນມື້ເຊົ້ານີ້ກ່ຽວກັບການສືບຕໍ່ຍູ້ແຮງພາລະກິດການປ່ຽນແປງໃໝ່ຂອງພັກ,ນໍາພາບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມວ່າ: ໃນຊຸມປີຕໍ່ໜ້າ,  ສະພາບການພາກພື້ນ ແລະສາກົນ ຍັງຈະສັບສົນ, ສະຫຼັບສັບຊ້ອນ ແລະ ສືບຕໍ່ຜັນແປຢ່າງໄວວາ, ເກີດມີສິ່ງທ້າທາຍໃໝ່ ທີ່ຄາດຄະເນໄດ້ຍາກ. ເຖິງແນວໃດກໍຕາມ ບັນຫາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ, ການປົກປັກຮັກສາສິ່ງແວດລ້ອມ ຍັງເປັນທ່າອ່ຽງລວມ, ເປັນຄວາມສະແຫວງຫາ ຂອງມວນມະນຸດ.

ປະເທດເຮົາ, ເຖິງຈະມີກາລະໂອກາດທີ່ເອື້ອອຳນວຍໃນຫຼາຍດ້ານ,ແຕ່ກໍ່ຍັງຈະສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ… ເຖິງຢ່າງໃດກໍຕາມ, ດ້ວຍມູນເຊື້ອອົງອາດກ້າແກ່ນ, ພັກເຮົາຕັດສິນໃຈສືບຕໍ່ນຳພາຍູ້ແຮງພາລະກິດການປ່ຽນແປງໃໝ່, ຕອບສະໜອງຄວາມມຸ່ງມາດປາຖະໜາອັນແຮງກ້າ  ຂອງປະຊາຊົນບັນດາເຜົ່າທີ່ຢາກຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ, ນຳພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ. 

          ບົນພື້ນຖານດັ່ງກ່າວ,ໃນຊຸມປີຕໍ່ໜ້ານີ້ ພັກເຮົາ ສືບຕໍ່ວາງທິດທາງ, ໜ້າທີ່ຕົ້ນຕໍ ໃນການສືບຕໍ່ນຳພາພາລະກິດປະຕິວັດ ຢູ່ປະເທດເຮົາຕາມຄໍາຂວັນລວມ ທີ່ວ່າ: ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມດັ່ງນີ້:

1. ທິດທາງ, ໜ້າທີ່ຕົ້ນຕໍ ໃນຕໍ່ໜ້າ

          1)ຮອດປີ 2055:ຕ້ອງເພີ່ມທະວີມານະຈິດປະຕິວັດ ຂອງທົ່ວພັກ, ທົ່ວປວງຊົນ, ເສີມຂະຫຍາຍກໍາລັງແຮງສັງລວມພາຍໃນຊາດ ແລະ ສົມທົບກັບກໍາລັງແຮງຂອງຍຸກສະໄໝ ເພື່ອສູ້ຊົນພັດທະນາສປປ ລາວ ເປັນປະເທດກຳລັງພັດທະນາ, ມີລາຍຮັບປານກາງສູງ ຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ.

2) ໄລຍະແຕ່ປີ 2026 ເຖິງ 2035:

ສືບຕໍ່ດໍາເນີນການສ້າງ, ປັບປຸງ ແລະ ຍົກລະດັບບັນດາປະຖົມປັດໄຈຕົ້ນຕໍ ໃຫ້ແກ່ການບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ, ຍົກສູງຄວາມເປັນເຈົ້າຕົນເອງສືບຕໍ່ສ້າງພື້ນຖານໃນການພັດທະນາ;ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ; ອົງການລັດ ປະຕິບັດພາລະບົດບາດ,ໜ້າທີ່ ຕາມກົດໝາຍຢ່າງເຂັ້ມແຂງ,ມີປະສິດທິພາບ,ຍົກສູງຄວາມສາມາດໃນການຄຸ້ມຄອງມະຫາພາກ ຂອງສູນກາງ ແລະ ຄວາມເປັນເຈົ້າການຂອງທ້ອງຖິ່ນ;ການພັດທະນາເສດຖະກິດ-ສັງຄົມ ມີຈຸດສຸມ, ມີຄຸນະພາບ, ໜັກແໜ້ນ ຕາມທິດສີຂຽວ ແລະ ຍືນຍົງ, ເສດຖະກິດມະຫາພາກ ມີສະຖຽນລະພາບ, ຄວບຄຸມເງິນເຟີ້, ຫຼຸດຜ່ອນພາລະໜີ້ສິນສາທາລະນະ, ລັດວິສາຫະກິດ ເປັນກໍາລັງແຮງຮ່ວມກັບພາກສ່ວນເສດຖະກິດອື່ນໆໃນພື້ນຖານເສດຖະກິດແຫ່ງຊາດ;ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມສາມາດໃຫ້ແກ່ການພັດທະນາເພີ່ມຂຶ້ນ, ຍົກສູງຄຸນະພາບຊີວິດ ຂອງປະຊາຊົນ; ຍູ້ແຮງການນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນໃນຂົງເຂດຕ່າງໆ; ການພັດທະນາ ມີຄວາມກົມກຽວ,ສົມດຸນ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຢ່າງມີປະສິດທິຜົນ;ການເຊື່ອມໂຍງ-ເຊື່ອມຈອດ ກັບປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາເປັນກ້າວໆ.

3)ໃນ 5 ປີຕໍ່ໜ້າ (2026-2030):

ສືບຕໍ່ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນໃນທົ່ວປວງຊົນ, ເອກະລາດ, ອໍານາດອະທິປະໄຕ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ;ປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ;ລະບົບການເມືອງ ໄດ້ຮັບການປັບປຸງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສູ້ຊົນເຮັດໃຫ້ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂຢ່າງເລິກເຊິ່ງ, ບໍ່ສ້າງໜີ້ສິນໜັກໜ່ວງ; ພັດທະນາເສດຖະກິດໃຫ້ມີຄວາມເຂັ້ມແຂງ, ເປັນເຈົ້າຕົນເອງ, ສຸມໃສ່ 7 ຂະແໜງເສດຖະກິດປາຍແຫຼມ,ການຄຸ້ມຄອງ-ບໍລິຫານເສດຖະກິດ ດໍາເນີນໄປຖືກຕ້ອງຕາມກົດໝາຍ; ການພັດທະນາຂະຫຍາຍຕົວໄວ, ຕໍ່ເນື່ອງ, ສູ້ຊົນໃຫ້ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ເພີ່ມຂຶ້ນສະເລ່ຍ6% ຕໍ່ປີຂຶ້ນໄປ; ຄຸນນະພາບຊີວິດຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ; ວັດທະນະທໍາອັນດີງາມ ແລະ ເປັນເອກະລັກ ຂອງຊາດໄດ້ຮັບການເສີມຂະຫຍາຍ, ຊັບພະຍາກອນມະນຸດ ໄດ້ຮັບການກໍ່ສ້າງ ແລະ ພັດທະນາຢ່າງມີຈຸດສຸມ ແລະ ມີຄຸນະພາບ; ສປປ ລາວ ເຄື່ອນ​ໄຫວການຕ່າງປະເທດຢ່າງ​ເປັນເຈົ້າການ, ໄດ້ຮັບຄວາມເຊື່ອໝັ້ນຈາກເພື່ອນມິດສາກົນ ແລະ ສືບຕໍ່ເຮັດໃຫ້ ສປປ ລາວ ມີບົດບາດ ພົ້ນເດັ່ນຂຶ້ນ.

ເພື່ອເຮັດໃຫ້ທິດທາງ ແຕ່ນີ້ຮອດປີ 2030 ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ, ພວກເຮົາ ຕ້ອງສືບຕໍ່ບຸກທະລຸທັງສີ່ດ້ານ ໃຫ້ແຂງແຮງ, ເລິກເຊິ່ງ ແລະ ເປັນຮູບປະທຳ ໂດຍສືບຕໍ່ເຊື່ອມສານ ແລະ ຜັນຂະຫຍາຍ-ຕໍ່ຍອດ ວຽກງານຈຸດສຸມ ໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (2022-2025) ໃຫ້ນຳເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີXໃຫ້ກາຍເປັນແຜນປົກກະຕິ ເພື່ອຊີ້ນໍາການຈັດຕັ້ງປະຕິບັດ ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ໃຫ້ຂາດຕົວໃນບາງດ້ານ ດ້ວຍມາດຕະການສຳຄັນ, ເລັ່ງດ່ວນ ຈຳນວນໜຶ່ງ ດັ່ງນີ້:

            3.1ປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສ, ຫຼຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນ ໃນການແຂ່ງຂັນ;        

            3.2 ປຸກລະດົມ ແລະ ຍູ້ແຮງຂະບວນການພັດທະນາປະເທດຊາດ ຂຶ້ນສູ່ລະດັບສູງ,ຍົກສູງຈິດໃຈເອກະລາດ, ຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບຸກບືນສູ້ຊົນ ເຮັດໃຫ້ປະຊາຊົນຮູ້ທຳມາຫາກິນແບບໃໝ່, ມີວິຖີຊີວິດແບບໃໝ່ກ້າວຂຶ້ນ ແລະ ສ້າງໃຫ້ວິສາຫະກິດຂອງລັດ ແລະ ເອກະຊົນເຂັ້ມແຂງ, ຮັ່ງມີຂຶ້ນ; ນຳພາຊຸກຍູ້ການປະຕິບັດແນວທາງການກໍ່ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງແຂງແຮງ, ສ້າງທ່ວງທ່າການພັດທະນາທີ່ຍືນຍົງ ແລະ ເຊື່ອມໂຍງກັບສາກົນ; ຫັນປ່ຽນຈາກສັງຄົມຊົມໃຊ້ໄປສູ່ສັງຄົມແຫ່ງການຜະລິດໃຫ້ໄດ້ເປັນຮູບປະທຳ;

            3.3 ປ່ຽນແປງໃໝ່ຢ່າງຮອບດ້ານ ວຽກງານຄຸ້ມຄອງ ແນໃສ່ຍົກສູງປະສິດທິຜົນການຂຸດຄົ້ນ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນທຳມະຊາດເປັນຕົ້ນແມ່ນ ໃນຂົງເຂດບໍ່ແຮ່, ຊັບພະຍາກອນນ້ຳ,ທີ່ດິນ ໃຫ້ກາຍເປັນການຜະລິດທີ່ຍືນຍົງ; ຕັ້ງໜ້າຜະລິດພະລັງງານໄຟຟ້າດ້ວຍຫຼາຍທາງເລືອກ ລວມທັງພະລັງງານນ້ຳ, ແສງຕາເວັນ, ລົມ ແລະ ພະລັງງານນິວເຄຼຍ ເພື່ອຊົມໃຊ້ພາຍໃນ ແລະ ເພື່ອການສົ່ງອອກ; ເພີ່ມທະວີການບໍລິຫານທີ່ດີ, ສ້າງຄວາມໂປ່ງໃສ, ຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງ,ອັດຊ່ອງວ່າງການຮົ່ວໄຫຼ, ເພີ່ມແຫຼ່ງລາຍຮັບງົບປະມານ ເພື່ອສ້າງກໍາລັງແຮງ ໃຫ້ແກ່ການຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ ໃຫ້ໄວຂຶ້ນ, ໝັ້ນທ່ຽງ ແລະ ມີຄວາມຍືນຍົງ.

            ບົນຈິດໃຈເນື້ອໃນໃຫຍ່ທີ່ກໍານົດອອກໃນທິດທາງ,ໜ້າທີ່ຕົ້ນຕໍຂ້າງເທິງນັ້ນ, ພວກເຮົາ ຕ້ອງເອົາໃຈໃສ່ວຽກງານຈຸດສຸມ ແຕ່ລະຂົງເຂດ ດັ່ງນີ້:

            1.​ເພີ່ມ​ທະ​ວີ​ວຽກ​ງານປ້ອງກັນຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ຮັບ​ປະ​ກັນສະຖຽນລະພາບດ້ານການເມືອງ ແລະຄວາມສະຫງົບສຸກຂອງສັງຄົມ.ເພີ່ມທະວີຄວາມສາມາດນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ ຕໍ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສ້າງກຳລັງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນ ຕາມທິດຫັນເປັນເປັນມືອາຊີບ ແລະ ທັນສະໄໝ, ເປັນກຳລັງທີ່ຊື່ສັດ, ຈົງຮັກພັກດີຢ່າງເດັດຂາດຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ກຽມພ້ອມຮັບມືກັບທຸກສະຖານະການ. ສືບຕໍ່ເປັນຫຼັກແຫຼ່ງແກ່ນສານໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂບັນຫາອາຊະຍາກໍາທາງໄຊເບີ ຕິດພັນກັບບັນຫາອາຊະຍາກໍາຕ່າງໆ…

          2. ສືບຕໍ່ສ້າງເສດ​ຖະ​ກິດເອກະລາດ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ເຂັ້ມແຂງ, ນຳພາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຢ່າງໂລ່ງລ່ຽນ ແລະ ຍືນຍົງ.

          -ເພີ່ມທະວີການນຳພາພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໂດຍເລີ່ມຈາກການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ, ລົງວັນທີ 04 ເມສາ 2024 ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ກ້າວສູ່ລວງເລິກ ແລະ ເຂັ້ມແຂງ.

          – ​ປັບ​ປຸງ​ແລະ​ສ້າງ​ພາກ​ສ່ວນ​ເສດ​ຖະ​ກິດ​ລັດ ​ໃຫ້​ສາ​ມາດ​ເປັນ​ເຈົ້າ​ພາ​ທາງ​ໃນ​ພື້ນ​ຖານ​ເສດ​ຖະ​ກິດແຫ່ງ​ຊາດ;ຮີບຮ້ອນສ້າງຕັ້ງ ແລະປັບປຸງ ລັດວິສາຫະກິດຈຳນວນໜຶ່ງທີ່ຈໍາເປັນ;ສົ່ງເສີມບັນດາພາກສ່ວນເສດຖະກິດອື່ນໆຢ່າງແຂງແຮງ, ຖືພາກສ່ວນເສດຖະກິດຕ່າງໆເປັນກໍາລັງແຮງ ຂອງພື້ນຖານເສດຖະກິດແຫ່ງຊາດ.

            – ປັບປຸງໂຄງປະກອບຂະແໜງເສດຖະກິດ ນັບມື້ຈະແຈ້ງຂຶ້ນ,  ກວດກາ ແລະ ກຳນົດຄືນ ຍຸດທະສາດພັດທະນາຂອງບັນດາຂະແໜງການຜະລິດ ແລະ ບໍລິການ ດ້ວຍການສົມທົບແໜ້ນລະຫວ່າງການສົ່ງເສີມ, ພັດທະນາ ແລະ ຂະຫຍາຍທຸກທ່າແຮງບົ່ມຊ້ອນກັບການຜະລິດສິນຄ້າ ແລະ ການບໍລິການ ທີ່ເປັນປາຍແຫຼມ, ສີຂຽວ ແລະ ມີຄວາມຍືນຍົງ.ຫຼຸດຜ່ອນ ແລະ ກ້າວໄປເຖິງຢຸດຕິການເອື່ອຍອີງໃສ່ການຂຸດຄົ້ນຊັບພະຍາກອນທຳມະຊາດເພື່ອສົ່ງອອກວັດຖຸດິບ.

            – ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໃນຂະແໜງໄຟຟ້າ, ສ້າງລະບົບຄວາມໝັ້ນຄົງ ແລະ ຍືນຍົງຂອງພະລັງງານ.

– ພັດທະນາເສດຖະກິດເຂດແຄວ້ນ ໃຫ້ເປັນລະບົບຕໍ່ເນື່ອງ ເພື່ອຍູ້ແຮງເສດຖະກິດໃຫ້ເຕີບໂຕໄວ ແລະ ໝັ້ນຄົງ ດ້ວຍການຍູ້ແຮງການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແບບກວມລວມນັບທັງລະດັບຊາດ ແລະ ລະດັບທ້ອງຖິ່ນ.

– ເຊື່ອມຈອດພື້ນຖານເສດຖະກິດຂອງປະເທດເຮົາເຂົ້າກັບອະນຸພາກພື້ນ, ພາກພື້ນ ຢ່າງເປັນລະບົບ ໂດຍສະເພາະກັບ ສສ ຫວຽດນາມ, ສປ ຈີນ, ລາຊະອານາຈັກໄທ, ກຳປູເຈຍ… ເປັນຕົ້ນດ້ານຄົມມະນາຄົມ, ດ້ານການຄ້າ, ການຮ່ວມມືເຕັກນິກ-ເຕັກໂນໂລຊີ, ການເງິນ-ເງິນຕາ ແລະ ອື່ນໆ;

– ສ້າງກົນໄກ ແລະ ປັບປຸງລະບຽບວິໄນ ເພື່ອສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍ ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ,ຫຼຸດຜ່ອນຂອດຂັ້ນທີ່ບໍ່ຈຳເປັນ, ຄຸ້ມຄອງການລົງທຶນຕາມກົດໝາຍ, ທັນສະໄໝ,ໂປ່ງໃສ, ວ່ອງໄວ ແລະ ກວດສອບໄດ້, ກັບຄືນມາທົບທວນນະໂຍບາຍ 3 ເປີດ ໃນການຂົນຂວາຍການລົງທຶນ ຄື: ເປີດໃຈ, ເປີດປະຕູ ແລະ ເປີດສິ່ງກີດຂວາງ ໃຫ້ໄດ້.

– ຫັນການຄຸ້ມຄອງການເງິນ, ງົບປະມານ ແລະ ເງິນຕາ ເຂົ້າສູ່ວິໄນເຂັ້ມງວດ ແລະ ມີຄວາມທັນສະໄໝ;ເພີ່ມຄວາມເປັນເຈົ້າຕົນເອງທາງດ້ານການເງິນຂອງແຕ່ລະທ້ອງຖິ່ນ;ເພີ່ມທະວີການຄຸ້ມຄອງໜີ້ສາທາລະນະ, ແກ້ໄຂໜີ້ສິນຢ່າງມີແຜນການ, ມີຈຸດສຸມ.

– ປັບໂຄງສ້າງການລົງທຶນຄືນໃໝ່, ຍົກສູງປະສິດທິຜົນການລົງທຶນຂອງລັດ, ຈັດສັນງົບປະມານເຂົ້າໃນບັນດາໂຄງການຈຸດສຸມ;ຍົກສູງຄວາມສັກສິດ, ປະສິດທິຜົນໃນການຄຸ້ມຄອງການເງິນ-ງົບປະມານ. 

– ຮັກສາສະຖຽນລະພາບເງິນຕາ, ເພີ່ມທະວີການຄຸ້ມຄອງຕະຫຼາດເງິນຕາ ໃຫ້ເຂົ້າສູ່ລະບົບ, ຮັດກຸມ ແລະ ເຂັ້ມງວດ.

-ຄຸ້ມຄອງການນໍາໃຊ້ຊັບພະຍາກອນທໍາມະຊາດ ຢ່າງມີແຜນການ, ປະຢັດ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ; ປັບປຸງກົນໄກ, ຂັ້ນຕອນ ແລະ ກວດກາການຄຸ້ມຄອງ ແລະ ນຳໃຊ້ທີ່ດິນຂອງລັດໃຫ້ເຂັ້ມງວດ, ກຳນົດການເຊົ່າ ແລະ ສຳປະທານທີ່ດິນໃຫ້ໄປຕາມກົດໝາຍ; ແກ້ໄຂຢ່າງເປັນລະບົບການຈັບຈອງທີ່ດິນຊະຊາຍ,ຫັນການຄຸ້ມຄອງທີ່ດິນສູ່ລະບົບທັນສະໄໝ ແລະ ຮັດກຸມ.

– ເອົາໃຈໃສ່ວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາໂດຍສະເພາະການນໍາໃຊ້ດິຈີຕອນ,AI (ປັນຍາປະດິດ) ເຂົ້າໃນການຜະລິດ,ການບໍລິການ ແລະ ການຄຸ້ມຄອງ-ບໍລິຫານລັດໃຫ້ຫຼາຍຂຶ້ນ.

3. ກໍ່ສ້າງຮາກຖານການເມືອງໃຫ້ມີຄວາມເຂັ້ມແຂງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢ່າງມີຈຸດສຸມ  ແລະ ມີປະສິດທິຜົນ, ປັບປຸງອົງການປົກຄອງຂັ້ນທ້ອງຖິ່ນໃຫ້ມີຄວາມເປັນເຈົ້າຕົນເອງຮອບດ້ານ.

            – ການກໍ່ສ້າງຮາກຖານການເມືອງ ຍາມໃດກໍຕິດພັນກັບຄວາມໝັ້ນຄົງຂອງຊາດ, ຂອງລະບອບການເມືອງເພື່ອຮັບປະກັນໃຫ້ແກ່ການພັດທະນາໄດ້ດຳເນີນໄປຢ່າງເປັນປົກກະຕິ ແລະ ມີຄວາມຕໍ່ເນື່ອງ.

            – ຍູ້ແຮງການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເຂົ້າສູ່ລວງເລິກ, ຮອດປີ 2030 ສູ້ຊົນໃຫ້ອັດຕາສ່ວນຄວາມທຸກຍາກຫຼຸດລົງຍັງເຫຼືອໜຶ່ງຕົວເລກ, ຍົກລະດັບການແກ້ໄຂຄວາມທຸກຍາກເປັນວາລະແຫ່ງຊາດ.

            – ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນຫຼາຍຂຶ້ນ, ເສີມຂະຫຍາຍສິດເປັນເຈົ້າຂອງທ້ອງຖິ່ນ, ເປັນຕົ້ນແບ່ງຄວາມຮັບຜິດຊອບໃນການບໍລິຫານລັດ, ການຄຸ້ມຄອງເສດຖະກິດ-ສັງຄົມເຮັດໃຫ້ອົງການປົກຄອງທ້ອງຖິ່ນມີຄວາມເປັນເຈົ້າການສູງຂຶ້ນ; ແກ້ໄຂຂາດຕົວການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ.

            4.ຍົກລະດັບການພັດ​ທະ​ນາ​ຂົງເຂດວັດ​ທະ​ນະທຳ- 

ສັງ​ຄົມ​​ໄລ​ຍະ​ໃໝ່.

          ພັດທະນາວຽກງານສຶກສາ ໃຫ້ທົ່ວເຖິງ, ມີຄຸນະພາບ ເພື່ອຮອງຮັບການພັດທະນາ ແລະ ເຊື່ອມໂຍງກັບສາກົນ.

          ປັບ​ປຸງ​ໂຄງ​ການ​ຫຼັກ​ສູດ,ສຸມ​ໃສ່​ສ້າງ​ຖັນ​ແຖວ​ຄູ-ອາ​ຈານ​ ໃຫ້​ໄດ້​ມາດ​ຕະ​ຖານ​ດ້ານ​ວິ​ຊາ​ການ ​ແລະ ຈັນ​ຍາ​ບັນ​ ເພື່ອ​ຕອບ​ສະ​ໜອງ​ໃຫ້ແກ່​ລະ​ບົບ​ການ​ສຶກ​ສາ​ທຸກ​ລະ​ດັບ​ ແລະ​ ແກ້​ໄຂ​ສະ​ພາບ​ຂາດແຄນ​ຄູໃຫ້ໄດ້​;ຫັນປ່ຽນລະບົບການສຶກສາສາມັນມາເປັນລະບົບ 6+3+3, ຂະຫຍາຍໂຮງຮຽນສາມັນວິຊາຊີບທີ່ມີຄຸນະພາບໃນທົ່ວປະເທດໃຫ້ຫຼາຍຂຶ້ນ;ພັດທະນາ ແລະ ຍົກລະດັບການຄົ້ນຄວ້າວິທະຍາສາດ ຢ່າງເປັນເຈົ້າການ ແລະ ມີຈຸດສຸມ;ເອົາໃຈໃສ່ສົ່ງເສີມ, ພັດທະນາວຽກງານກິລາ-ກາຍະກຳ ໃຫ້ມີຄວາມສາມາດແຂ່ງຂັນສູງຂຶ້ນຢ່າງເປັນລຳດັບ.

ພັດທະນາວຽກງານສາທາລະນະສຸກ ໃຫ້ທັນສະໄໝ  ແລະ ມີຄຸນະພາບສູງຂຶ້ນ.

          ຍົກສູງປະສິດທິພາບຂອງການບໍລິຫານ-ຄຸ້ມຄອງວຽກງານສາທາລະນະສຸກ ຕາມທິດຫັນເປັນທັນສະໄໝ,ສາ​ມາດ​ກຸ້ມ​ຕົນ​ເອງ​ດ້ານ​ການ​ເງິນ, ຫຼຸດ​ຜ່ອນ​ການ​ແບກຫາບ​ງົບ​ປະ​ມານຂອງ​ລັດ. ກໍານົດຄືນສຸກສາລາຢູ່ຕາແສງ ແລະ ຊຸມຊົນບ້ານໃຫ້ຈະແຈ້ງ.

          ປະ​ຊາ​ຊົນ​ທຸກ​ຄົນ​ສາ​ມາດ​ເຂົ້າ​ເຖິງ​ການ​ບໍ​ລິ​ການປິ່ນປົວສຸຂະພາບຂັ້ນພື້ນຖານ,ພັດ​ທະ​ນາ​ບຸກ​ຄະ​ລາ​ກອນການ​ແພດ​ ໃຫ້​ມີ​ຄຸນ​ນະ​ພາບ, ສ້າງຜູ້ຊ່ຽວ​ຊານ​ແຕ່​ລະ​ດ້ານໃຫ້​ຄົບ​ຊຸດ, ພຽງ​ພໍແລະ ສາມາດບໍລິການຮັບໃຊ້ສັງຄົມ ຢ່າງມີຄຸນະພາບ, ສະເໝີພາບ, ຍຸຕິທໍາ ແລະ ທົ່ວເຖິງ.

          ພັດ​ທະ​ນາ​ວຽກ​ງານ​ແຮງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ສູ່ຄຸນະພາບໃໝ່.

          ພັດ​ທະ​ນາ​ແຮງ​ງານລາວ ດ້ານ​ປະ​ລິ​ມານ ​ແລະ​ ຄຸ​ນະ​ພາບສອດ​ຄ່ອງ​ກັບ​ຕຳແໜ່ງງານຕົວຈິງ ແລະ ຕະຫຼາດແຮງງານ;

          ສຸມໃສ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບ​ປະກັນ​ສັງ​ຄົມ ແລະ ວຽກງານສະຫວັດດີການສັງຄົມ ເພື່ອຮັບປະກັນໃຫ້ພົນລະເມືອງທຸກຄົນ ໄດ້ຮັບການປົກປ້ອງຂັ້ນພື້ນຖານ.

          ເອົາໃຈໃສ່ສ້າງເງື່ອນໄຂ, ຄວາມພ້ອມ ໃນການຮັບມື, ການປ້ອງກັນ, ການຄວບຄຸມ ແລະ ຟື້ນຟູ, ການຫຼຸດຜ່ອນຜົນກະທົບຈາກໄພພິບັດ; ສ້າງແຜນການຄຸ້ມຄອງ, ຕອບໂຕ້ຜົນກະທົບຂອງໄພພິບັດ; ເອົາໃຈໃສ່ການຄຸ້ມຄອງ, ຄວບຄຸມ ແລະ ຟື້ນຟູຫຼັງໄພພິບັດ ໃຫ້ມີປະສິດທິຜົນ.

          ໃນຊຸມປີຕໍ່ໜ້ານີ້ ຕ້ອງສືບຕໍ່ຍຶດໝັ້ນ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນດີງາມຂອງຊາດ, ສ້າງຄວາມສີວິໄລທາງດ້ານວັດຖຸ ໄປຄຽງຄູ່ກັບຄວາມສີວິໄລດ້ານຈິດໃຈແລະພັດທະນາວຽກງານທ່ອງທ່ຽວໃຫ້ມີຄວາມຍືນຍົງ.

ບູລະນະ, ຮັກສາມໍລະດົກ ໃຫ້ມີຄວາມຍືນຍົງ ແນໃສ່ພັດທະນາເສດຖະກິດມໍລະດົກ, ນໍາໃຊ້ມໍລະດົກເປັນແຫຼ່ງກໍາລັງແຮງ ໃຫ້ແກ່ການພັດທະນາ; ສ້າງແບບແຜນດຳລົງຊີວິດ ແລະ ວິຖີຊີວິດແບບໃໝ່ ໄປພ້ອມກັບການແກ້ໄຂ-ຕີຖອຍສິ່ງຫຼ້າຫຼັງງົມງວາຍ, ກະຕຸ້ນໃຫ້ເກີດຄ່ານິຍົມຮັກການຮຽນຮູ້ໃໝ່,ຄວາມເປັນຊາດລາວ, ສະຕິຊາດ, ເອກະລາດ, ເປັນເຈົ້າຕົນເອງໃຫ້ສູງຂຶ້ນ.

ສົ່ງເສີມ ແລະ ພັດທະນາການທ່ອງທ່ຽວ ບົນພື້ນຖານການຂຸດຄົ້ນຄວາມບົ່ມຊ້ອນ ແລະ ທ່າແຮງໄດ້ປຽບ ຂອງປະເທດເຮົາ ຢ່າງຕັ້ງໜ້າ ແລະ ມີການວາງແຜນທີ່ຊັດເຈນ ເປັນຮູບປະທຳ.

5. ເພີ່ມທະວີບົດບາດຄຸ້ມຄອງມະຫາພາກຂອງອົງການລັດ, ສືບຕໍ່ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ຕາມທິດສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ.

          – ປັບ​ປຸງ​ການຄຸ້ມຄອງ-ບໍລິຫານລັດ​ຂັ້ນ​ສູນ​ກາງ​ ແລະ​ທ້ອງ​ຖິ່ນ​ ສູ່ຄຸນະ​ພາບໃໝ່​, ຫັນເປັນທັນສະໄໝ, ຫັນເປັນດິຈີຕອນ, ຮັບປະກັນການບໍລິການຮັບໃຊ້ປະຊາຊົນ, ສັງຄົມ ວ່ອງໄວ, ສະເໝີພາບ, ຍຸຕິທໍາ, ໂປ່ງໃສ ແລະ ມີປະສິດທິຜົນຕາມກົດໝາຍ. ກຳນົດແຈ້ງກົນໄກຄຸ້ມຄອງເສດຖະກິດການເພີ່ມສິດຕົກລົງອະນຸຍາດ, ຂັ້ນການຄຸ້ມຄອງດ້ານເສດຖະກິດ ໃຫ້ທ້ອງຖິ່ນ.

          – ສືບຕໍ່ປັບປຸງ, ບູລະນະກົງຈັກ-ການຈັດຕັ້ງ, ກົນໄກການເຄື່ອນໄຫວ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່.

– ສືບຕໍ່ຍົກສູງບົດບາດການນໍາພາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ອົງການຕຸລາການ, ສ້າງຄວາມເຂັ້ມແຂງ ໃນລະບົບສານປະຊາຊົນທຸກຂັ້ນ ເຮັດໃຫ້ປະຊາຊົນເຊື່ອໝັ້ນ ແລະ ໄວ້ວາງໃຈ ຕໍ່ການດຳເນີນຄະດີຕາມຂະບວນຍຸຕິທຳ.

– ປັບປຸງລະບົບກົງຈັກການຈັດຕັ້ງອົງການໄອຍະການປະຊາຊົນໃຫ້ສອດຄ່ອງກັບສະພາບເງື່ອນໄຂໃໝ່ສາມາດເຮັດພາລະບົດບາດຕິດຕາມ, ກວດກາການປະຕິບັດກົດໝາຍໃນການສືບສວນ-ສອບສວນແລະ ການແກ້ໄຂຄະດີຕາມຂະບວນຍຸຕິທໍາ.

-ສືບຕໍ່ປັບປຸງກົນໄກ, ການປະສານງານ, ການປະສານສົມທົບ ຂອງບັນດາອົງການໃນການດໍາເນີນຂະບວນຍຸຕິທໍາໃຫ້ກົມກຽວ, ໂລ່ງລ່ຽນ ແລະເຄື່ອນໄຫວຢ່າງມີປະສິດທິພາບ, ຮັບປະກັນຄວາມຖືກຕ້ອງ, ເປັນທໍາ; ແກ້ໄຂຄຳຕັດສິນ ຂອງສານທີ່ໃຊ້ໄດ້ເດັດຂາດແລ້ວ ໃຫ້ສໍາເລັດເປັນກ້າວໆ.

6. ເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

– ວຽກງານແນວໂຮມ, ສະຫະພັນນັກຮົບເກົ່າ ແລະວຽກງານມະຫາຊົນ ແມ່ນຄວາມຮັບຜິດຊອບໂດຍກົງຂອງພັກ. ຄະນະພັກແຕ່ລະຂັ້ນ ເປັນຜູ້ນໍາພາຊີ້ນໍາຢ່າງໃກ້ຊິດ, ຮອບດ້ານເຮັດໃຫ້ບັນດາອົງການດັ່ງກ່າວ ສືບຕໍ່ປະຕິບັດພາລະບົດບາດຕົ້ນຕໍໃນການເຕົ້າໂຮມຄວາມສາມັກຄີ, ໂຄສະນາ, ສຶກສາອົບຮົມ, ປຸກລະດົມ, ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນລາວບັນດາເຜົ່າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງພັດທະນາ.

          – ພັກເຮົາ ຍາມໃດກໍຖືສໍາຄັນ ອົງການຈັດຕັ້ງທາງສັງຄົມ ມີບົດບາດ ແລະ ເປັນກໍາລັງແຮງໃຫ້ແກ່ການພັດທະນາ, ສ້າງສາປະເທດຊາດ, ເຄື່ອນໄຫວບົນພື້ນຖານແນວທາງ, ສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍ, ຖືເອົາຜົນປະໂຫຍດລວມ ຂອງພົນລະເມືອງເປັນກົກ. 

– ອົງການລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ສືບຕໍ່ປັບປຸງນະໂຍບາຍ, ກົນໄກ, ການປະສານງານທີ່ກົມກຽວເພື່ອຊຸກຍູ້ສົ່ງເສີມ, ຄຸ້ມຄອງ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວ ຂອງອົງການຈັດຕັ້ງສັງຄົມ.

          7. ຕັ້ງໜ້າປະຕິບັດແນວທາງການພົວພັນຮ່ວມມືກັບຕ່າງປະເທດ.

ສືບຕໍ່ການພົວພັນຮ່ວມມືກັບຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍຮູບແບບ ແລະ ຫຼາຍລະດັບ ບົນພື້ນຖານການເຄົາລົບເອກະລາດ, ອຳນາດອະທິປະໄຕເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.ສ້າງສະພາບແວດລ້ອມສາກົນ ທີ່ເອື້ອອຳນວຍໃຫ້ແກ່ການປະຕິບັດສອງໜ້າທີ່ຍຸດທະສາດ, ຖືເອົາການສ້າງຄວາມເຂັ້ມແຂງ, ຄວາມເປັນເຈົ້າຕົນເອງ ສົມທົບການຍາດແຍ່ງກຳລັງແຮງ ຂອງຍຸກສະໄໝ ເຂົ້າໃນການພັດທະນາ, ຍົກລະດັບຂີດຄວາມສາມາດແຂ່ງຂັນ ແລະ ການເຊື່ອມໂຍງກັບສາກົນຢ່າງເປັນເຈົ້າການ.

– ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບ ສສ ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ.

-ສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານຕາມທິດ 4 ດີ ກັບ ສປ ຈີນ ຕິດພັນກັບການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ມີມາດຕະຖານສູງ, ລະດັບສູງ ແລະ ຄຸນນະພາບສູງ.

– ສືບຕໍ່ຮັດແໜ້ນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອກັບ ລາຊະອານາຈັກ ກຳປູເຈຍ ໃນຖານະທີ່ເປັນປະເທດໃກ້ຄຽງ ທີ່ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ.

– ສືບຕໍ່ຮັດແໜ້ນ  ແລະ  ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມກັບບັນດາປະເທດສັງຄົມນິຍົມ, ໃຫ້ຄວາມສຳຄັນ ຕໍ່ຄວາມສຳພັນໃກ້ຊິດ, ສ້າງຄວາມໄວ້ເນື້ອເຊື່ອໃຈກັບປະເທດບ້ານໃກ້ເຮືອນຄຽງ ແລະ ປະເທດເພື່ອນມິດອື່ນໆ ຢ່າງສະເໝີຕົ້ນສະເໝີປາຍ.

– ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຄວາມສຳພັນ ທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດ ເພື່ອຄວາມໝັ້ນຄົງໃນອາຊີປາຊິຟິກ ກັບ ສະຫະພັນຣັດເຊຍ.

– ສືບຕໍ່ຍຶດໝັ້ນ ແລະ ສະໜັບສະໜູນ ການຮ່ວມມືຫຼາຍຝ່າຍ, ເຄົາລົບກົດບັດສະຫະປະຊາຊາດ ແລະ ສະໜັບສະໜູນການແກ້ໄຂຂໍ້ຂັດແຍ້ງໂດຍສັນຕິວິທີ;ເປີດກວ້າງການພົວພັນກັບພັກການເມືອງ ແລະຂະບວນການກ້າວໜ້າຢູ່ໃນໂລກ.

– ປະຕິບັດຢ່າງເຂັ້ມງວດ ຫຼັກການລວມສູນເປັນເອກະພາບ.  , ປັບປຸງກົນໄກການຊີ້ນໍາ ແລະ ເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ວ່ອງໄວ ແລະ ທັນການ.

          8.ເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາຂອງພັກ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ.

          ເພີ່ມ​ທະ​ວີວຽກງານຄົ້ນຄວ້າທິດສະດີ, ​ສະ​ຫຼຸບ​ພຶດ​ຕິ​ກຳ ຂອງພັກ, ຄົ້ນຄວ້າທິດສະດີການເມືອງ, ແນວຄິດ-ທິດສະດີຂອງພັກ ໃຫ້ເລິກເຊິ່ງ,ສະໜອງຂໍ້ມູນໃຫ້ແກ່ການປັບປຸງ ແລະ ບູລະນະແນວທາງຂອງພັກ.ເດັດ​ດ່ຽວ​​ຕໍ່​ສູ້​ປ້ອງ​ກັນ ​ແລະ ​ຕ້ານ​ການ​ເສື່ອມ​ຖອຍ​​ດ້ານ​ແນວ​ຄິດ​, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ, ປະ​ກົດ​ການຫັນ​ປ່ຽນ​ດ້ວຍ​ຕົນ​ເອງ​ແລະ​ການ​ເສື່ອມ​ຄຸນ​ປ່ຽນ​ທາດຢູ່​ພາຍ​ໃນພັກ; ຕ້ານ ແລະ ສະກັດກັ້ນທຸກຮູບການສໍ້ລາດບັງຫຼວງ ແລະ ການລະເມີດລະບຽບວິໄນທຸກຮູບແບບ.

          – ປັບ​ປຸງ​ນະ​ໂຍ​ບາຍສົ່ງເສີມ​ຜູ້​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ປັບ​ປຸງ​ກົນ​ໄກ​ປ້ອງ​ກັນ​ພະ​ນັກ​ງານ​ຜູ້​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ມີ​ຄວາມ​ຫ້າວ​ຫັນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ກ້າ​ຄິດ, ກ້າ​ເຮັດ, ກ້າ​ຮັບ​ຜິດ​ຊອບ, ປະ​ຕິ​ບັດ​ວິ​ໄນ​ຢ່າງ​ເຂັ້ມ​ງວດ​ຕໍ່​ຜູ້​ລະ​ເມີດກົດລະບຽບພັກ,ສ້າງ​ຄວາມ​ເຊື່ອມ​ເສຍ​ໃຫ້​ແກ່​ກຽດ​ສັກ​ສີ​ຂອງ​ພັກ.

          – ຍົກສູງບົດບາດການນໍາພາຂອງພັກ, ປ່ຽນແປງໃໝ່ ກົນໄກການນຳພາຂອງພັກຢູ່ຂັ້ນທ້ອງຖິ່ນ, ໃນນີ້ ເລຂາຄະນະພັກແຂວງ, ນະຄອນຫຼວງວຽງຈັນ, ເມືອງ ແລະ ນະຄອນ ເປັນການນຳສູງສຸດຂອງທ້ອງຖິ່ນ,ບໍ່ຄວບຕຳແໜ່ງຫົວໜ້າອົງການປົກຄອງ.

          – ປັບປຸງບົດບາດການນໍາພາຂອງພັກ ຢູ່ຕາແສງ ແລະ ຊຸມຊົນບ້ານກໍຄືໃນພາກສ່ວນ​ລັດວິສາຫະກິດ​ທີ່​ເປັນ​ຄໍ​ຫອຍ, ບັນດາວິສາຫະກິດໃຫ້ເຂັ້ມແຂງ ສາມາດປະຕິບັດພາລະບົດບາດຂອງຕົນ ຢ່າງມີປະສິດທິຜົນ.

          9. ເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ວຽກງານພະນັກງານ, ສ້າງການຫັນປ່ຽນວຽກງານຄຸ້ມຄອງພະນັກງານໃຫ້ມີຄຸນະພາບ.

– ສ້າງແຜນກໍານົດພະນັກງານໃຫ້ຖືກຕ້ອງຕາມຂັ້ນຕອນ, ທຸກການຈັດຕັ້ງໃນລະບົບການເມືອງຕ້ອງສ້າງແຜນກໍານົດໃຫ້ຖືກຕ້ອງ, ເຂັ້ມງວດ ໂດຍເລີ່ມຈາກການເລືອກພະນັກງານເຂົ້າໃນແຜນກໍານົດ ຜ່ານການຄັດເລືອກ, ຄັດຈ້ອນ ບົນພື້ນຖານການສົມທົບ ລະຫວ່າງການເສີມຂະຫຍາຍປະຊາທິປະໄຕພາຍໃນກັບການປະຕິບັດຫຼັກການລວມສູນປະຊາທິປະໄຕ,ຫຼີກລ່ຽງການເຮັດຕາມແນວຄິດອັດຕະວິໄສຂອງບຸກຄົນ.

– ການກໍ່ສ້າງ,​ ບໍາລຸງພະນັກງານຕ້ອງປະຕິບັດຢ່າງເປັນລະບົບ, ເລືອກເປົ້າໝາຍຈາກແຜນກຳນົດພະນັກງານທີ່ໄດ້ຮັບຮອງແລ້ວ, ເປັນຜູ້ທີ່ມີຜົນງານດີເດັ່ນ, ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ, ເອົາການບໍາລຸງທິດສະດີການເມືອງ, ປະກອບຄວາມຮູ້ໃໝ່  ຕິດພັນກັບການຝຶກຝົນ, ທົດສອບພະນັກງານ ໃນຂະບວນການຕົວຈິງ.

– ປັບປຸງລະບອບການຕີລາຄາ, ເລືອກເຟັ້ນ ແລະ ສັບຊ້ອນ, ຈັດວາງພະນັກງານ ໃຫ້ສອດຄ່ອງກັບສະພາບຕົວຈິງໃນໄລຍະໃໝ່.

          – ການເລືອກເຟັ້ນ,ສັບຊ້ອນພະນັກງານ ຫຼື ມອບໝາຍໜ້າທີ່ຮັບຜິດຊອບໃຫ້ພະນັກງານ ຕ້ອງອີງໃສ່ມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງແຕ່ລະປະເພດ,ໃຫ້ຄວາມສຳຄັນແກ່ມາດຕະຖານດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຈົງຮັກພັກດີຕໍ່ພາລະກິດປະຕິວັດ, ມີຄວາມຮູ້ຢ່າງເລິກເຊິ່ງ, ມີປະສົບການຕົວຈິງ, ມີຄວາມເປັນແບບຢ່າງ.

          – ສ້າງກົນໄກຕີລາຄາພະນັກງານໃຫ້ແທດກັບຄວາມເປັນຈິງ, ວາງຄາດໝາຍ ແລະ ຕົວຊີ້ວັດຈະແຈ້ງ, ເອົາຜົນງານ, ຜົນສຳເລັດຕົວຈິງເປັນບ່ອນອີງໃນການສັບຊ້ອນ,ຈັດວາງພະນັກງານເຂົ້າໃນຕໍາແໜ່ງງານຕ່າງໆຢ່າງເໝາະສົມ ແລະ ຕາມທິດມີຂຶ້ນ-ມີລົງ,ມີເຂົ້າ-ມີອອກ, ຫັນເປັນໜຸ່ມ, ມີໂຄງປະກອບເພດ, ເຜົ່າ ຢ່າງເໝາະສົມ.

– ສືບຕໍ່ຄົ້ນຄວ້າ ແລະ ປະຕິຮູບລະບອບເງິນເດືອນ, ເງິນບຳເນັດ,ເງິນອຸດໜູນຄ່າຄອງຊີບແລະ ນະໂຍບາຍອື່ນໆຕໍ່ພະນັກງານ, ລັດຖະກອນ, ພາລະກອນ, ກຳລັງປະກອບອາວຸດ, ລວມທັງຜູ້ອອກແຮງງານຢູ່ວິສາຫະກິດຕ່າງໆ ໃຫ້ສອດຄ່ອງກັບເງື່ອນໄຂໃໝ່.

10.ເພີ່ມທະວີວຽກງານກວດກາ, ການປ້ອງກັນ, ຕ້ານ, ສະກັດກັ້ນ ແລະ ແກ້ໄຂພະຍາດອາຍາສິດ, ການສໍ້ລາດບັງຫຼວງ ໃຫ້ເຂັ້ມແຂງ ແລະ ເຂັ້ມງວດ, ເດັດຂາດ.

– ໃນຊຸມປີຕໍ່ໜ້ານີ້, ສືບຕໍ່ປັບປຸງ, ກໍ່ສ້າງພັກເຮົາໃຫ້ເປັນພັກທີ່ມີການຈັດຕັ້ງເຂັ້ມແຂງ,ມີຄວາມສາມັກຄີ ເປັນເອກະພາບໜັກແໜ້ນ ທາງດ້ານມານະຈິດ ແລະ ການກະທຳ, ມີການຄຸ້ມຄອງທີ່ເຂັ້ມງວດດ້ວຍລະບຽບວິໄນ ຢ່າງເຄັ່ງຄັດ.

– ສ້າງພັກໃຫ້ປອດໃສຂາວສະອາດ ໂດຍມີຄວາມເດັດຂາດ, ເຂັ້ມງວດ ໃນການປ້ອງກັນ, ຕ້ານ, ສະກັດກັ້ນ, ແກ້ໄຂ ແລະ ກຳຈັດປັດເປົ່າພະຍາດອາຍາສິດ, ປະກົດການຫຍໍ້ທໍ້ ແລະ ການສໍ້ລາດບັງຫຼວງ.

– ຕ້ອງຖືການຕິດຕາມ, ກວດກາ ແລະ ປະເມີນຜົນ ຄວາມສາມາດໃນການຜັນຂະຫຍາຍ, ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ ແລະ ຄວາມຮັບຜິດຊອບການເມືອງ ໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຂອງພະນັກງານ-ສະມາຊິກພັກ ເປັນໜ້າທີ່ໃຈກາງ ໃນການນໍາພາຊີ້ນໍາ.

– ຍົກ​ສູງ​ປະ​ສິດ​ທິ​ພາບ ການກວດກາ,ເດັດດ່ຽວຕໍ່​ສູ້, ຕີຖອຍ ການລະເມີດລະບຽບວິໄນ ແລະ ​​ປະ​ກົດການອາຍາສິດ, ເຮັດວຽກແບບຜິວເຜີນ, ບໍ່ຕິດພັນກັບການແກ້ໄຂບັນຫາຕົວຈິງ, ປະກົດການເອກະທິປະໄຕ, ການສວຍໃຊ້ໜ້າທີ່ກົດໜ່ວງຖ່ວງດຶງ ເພື່ອຫາຜົນປະໂຫຍດສ່ວນຕົວ, ການຍັກຍອກ ແລະ ການຟຸມເຟືອຍງົບປະມານ, ທຶນຮອນ, ຊັບສິນຂອງລັດ.

– ສ້າງ ແລະ ປັບປຸງບັນດານິຕິກໍາໃຕ້ກົດໝາຍກ່ຽວກັບການກວດກາ,ປັບປຸງ ແລະສ້າງນິຕິກຳທີ່ຈຳເປັນ ກໍານົດໃຫ້ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ປະຊາຊົນເຂົ້າຮ່ວມໃນການຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງຄະນະພັກ, ບັນດາອົງການລັດ, ສະມາຊິກພັກ, ພະນັກງານ-ລັດຖະກອນ ກໍຄື ​ການເຜີຍແຜ່ຜົນຂອງການກວດກາ ແລະ ການແກ້ໄຂຜົນຂອງການກວດກາ ໃຫ້ທົ່ວສັງຄົມໄດ້ຮັບຮູ້.

ຮ່າງລາຍງານການເມືອງສະບັບນີ້ ແມ່ນລວມຍອດສະຕິປັນຍາລວມໝູ່ ຂອງທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ໂດຍຜ່ານຂະບວນການຄົ້ນຄວ້າ, ສໍາມະນາ, ລະດົມຄວາມຄິດເຫັນ ທັງທາງກວ້າງ ແລະ ທາງເລິກ ຕະຫຼອດໄລຍະເກືອບ 2 ປີຜ່ານມາ, ເຊິ່ງໄດ້ສ່ອງແສງໃຫ້ເຫັນມານະຈິດປະຕິວັດ, ຄວາມຫວັງ, ຄວາມຄອງຄອຍ ຂອງທົ່ວພັກ, ທົ່ວສັງຄົມ ໃນການແກ້ໄຂບັນຫາ ໃຫ້ເປັນຮູບປະທຳ, ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການສ້າງປະຖົມປັດໄຈ ກ້າວຂຶ້ນສູ່ສັງຄົມນິຍົມຂອງປະເທດເຮົາ.

ບົນພື້ນຖານນັ້ນ, ສະເໜີໃຫ້ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ຄົ້ນຄວ້າ, ປະກອບຄຳເຫັນ ຢ່າງເລິກເຊິ່ງ ເຂົ້າໃສ່ເນື້ອໃນລາຍງານການເມືອງສະບັບນີ້ ຢ່າງມີຄວາມຮັບຜິດຊອບສູງ ເພື່ອຮັບຮອງເອົາດ້ວຍຄວາມເປັນເອກະພາບ ເພື່ອນຳໄປເປັນທິດທາງໃນການຜັນຂະຫຍາຍ, ຈັດຕັ້ງປະຕິບັດ ໃຫ້ເກີດປະໂຫຍດສູງສຸດ, ສ້າງໃຫ້ມີທ່ວງທ່າໃໝ່ ໃຫ້ແກ່ການພັດທະນາກ້າວຂຶ້ນ ຂອງປະເທດຊາດຂອງພວກເຮົາ ໃນຊຸມປີຕໍ່ໜ້າ.

ຂ່າວ-ພາບ: ວຽງຂັນທາຍ

Related Articles

Leave a Reply