ປັບລາຄານໍ້າມັນເຊື້ອໄຟທຸກປະເພດຂຶ້ນເລີ່ມມື້ອື່ນ

ປັບລາຄານໍ້າມັນເຊື້ອໄຟທຸກປະເພດຂຶ້ນເລີ່ມມື້ອື່ນ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການວັນທີ 4 ສິງຫາ 2020 ເຖີງສະມາຄົມເຊື້ອໄຟ ແລະ ອາຍແກ໊ດ, ບັນດາບໍລິສັດເຊື້ອໄຟ ແລະ ປໍ້ານໍ້າມັນຂາຍຍ່ອຍໃນຂອບເຂດທົ່ວປະເທດໃຫ້ປັບລາຄາ ນໍ້າມັນເຊື້ອໄຟ ທຸກປະເພດຂຶ້ນເລີ່ມມື້ວັນທີ 5 ສິງຫາ ນັບແຕ່ເວລາ 6 ໂມງ 00 ເປັນຕົ້ນໄປ.

ການປັບຂຶ້ນລາຄານໍ້າມັນເຊື້ອໄຟໃນຄັ້ງນີ້ ຈະປັບຂຶ້ນພຽງເລັກນ້ອຍຖ້າທຽບກັບໄລຍະທີ່ຜ່ານມາ ຄື: ນໍ້າມັນແອດຊັງພິເສດປັບຂຶ້ນພຽງ 20 ກີບ/ລິດ, ແອັດຊັງທໍາມະດາປັບຂຶ້ນ 80 ກີບ/ລິດ ແລະ ກາຊວນປັບຂຶ້ນ 100 ກີບ/ລິດ.

ເມື່ອວັນທີ 16 ກໍລະກົດທີ່ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ໄດ້ປັບຂຶ້ນຄື: ແອັດຊັງພິເສດປັບຂຶ້ນ 90 ກີບ/ລິດ, ແອັດຊັງທໍາມະດາ 80 ກີບ/ລິດ ແລະ ກາຊວນ 200 ກີບ/ລິດ.

ນັບແຕ່ເດືອນມິຖຸນາ ຫາ ເດືອນ ສິງຫານີ້, ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ປັບຂຶ້ນລາຄານໍ້າມັນແລ້ວ 5 ຄັ້ງ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply