ປ່າສະຫງວນແຫ່ງຊາດ ແມ່ນບ່ອນອະນຸລັກ ແລະ ປົກປັກຮັກສາຖີ່ນຢູ່ອາໄສຂອງສັດປ່າ

ປ່າສະຫງວນແຫ່ງຊາດ ແມ່ນບ່ອນອະນຸລັກ ແລະ ປົກປັກຮັກສາຖີ່ນຢູ່ອາໄສຂອງສັດປ່າ

ການອະນຸລັກສັດປ່າ ຕ້ອງບົນພື້ນຖານການປົກປັກຮັກສາຖິ່ນຢູ່ອາໄສຂອງພວກມັນ, ສະນັ້ນເຂດປ່າສະຫງວນແຫ່ງຊາດ ເປັນແຫຼ່ງຖິ່ນຢູ່ອາໄສສັດປ່າ ແລະ ພຶດພັນ, ຊຶ່ງເປັນເຂດຫວງຫ້າມ ຫຼື ຄຸ້ມຄອງການລ່າສັດປ່າ.

ການອະນຸລັກສັດປ່າ ແມ່ນມີຄວາມສໍາຄັນຫຼາຍ ຈະຕ້ອງສືບຕໍ່ຂະຫຍາຍລະບົບຄຸ້ມຄອງແບບປ່າສະຫງວນແຫ່ງຊາດ ໄປຫາເຂດອື່ນໆ ທີ່ບໍ່ທັນມີການຄຸ້ມຄອງ ແລະ ປົກປັກຮັກສາເທື່ອ ເຊັ່ນ: ດິນບໍລິເວນນໍ້າ ແລະ ແລວທາງເຊື່ອມຕໍ່ເຂດປ່າສະຫງວນ ຄວນໄດ້ຮັບການອອກແບບ ແລະ ຄຸ້ມຄອງເປັນຢ່າງດີ ຍ້ອນວ່າ ໃນບໍລິເວນນີ້ ມີສັດ ແລະ ພຶດຫຼາຍຊະນິດໄດ້ເພີ່ມຂຶ້ນ.

ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ : ລັດຖະບານ ຄວນເພີ່ມທະວີການບັງຄັບໃຊ້ລະບຽບກົດໝາຍ ແລະ ການປົກປັກຮັກສາເຂດປ່າສະຫງວນແຫ່ງຊາດ, ໄປພ້ອມໆ ກັບການກໍານົດເຂດອະນຸຍາດສໍາລັບຂຸດຄົ້ນນໍາໃຊ້ໄດ້, ໃນນັ້ນ ລັດຖະບານ ໄດ້ມີນະໂຍບາຍອອກຂໍ້ກໍານົດ ແລະ ການຄຸ້ມຄອງໃນການນໍາໃຊ້ສັດປ່າ ເພື່ອການຄ້າຢ່າງຍຸຕິທໍາສໍາລັບປະຊາຊົນບັນດາເຜົ່າ ທຸກຄົນໃນເຂດຊົນນະບົດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply