ຜູ້ສະໝັກເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 10 ແລະ ສສຂ ແຂວງວຽງຈັນ ລົງໂຄສະນາຫາສຽງເລືອກ ຕັ້ງຢູ່ ບ້ານຫາດທາ ເມືອງແກ້ວອຸດົມ

ຜູ້ສະໝັກເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 10 ແລະ ສສຂ ແຂວງວຽງຈັນ ລົງໂຄສະນາຫາສຽງເລືອກ ຕັ້ງຢູ່ ບ້ານຫາດທາ ເມືອງແກ້ວອຸດົມ

ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ ຊຸດທີ X ຈໍານວນ 4 ທ່ານ ຍິງ 2 ທ່ານ (ຈາກຈຳນວນຜູ້ສະໝັກທັງໝົດ 14 ທ່ານ) ແລະ ສະມາຊິກສະພາປະຊາຊົນ ແຂວງ (ສສຂ)ຊຸດທີ V ປະຈຳເຂດເລືອກຕັ້ງເມືອງແກ້ວອຸດົມ  ຈໍານວນ 7 ທ່ານ ຍິງ 1 ທ່ານ ໄດ້ສືບຕໍ່ລົງ ໂຄສະ ນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ ບ້ານຫາດທາ ເມືອງແກ້ວອຸດົມ ເປັນຈຸດສຸດທ້າຍຂອງທີມທີ1, ໂດຍ ການນໍາພາຂອງທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ, ພ້ອມດ້ວຍຄະນະຂັ້ນ ແຂວງ, ຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນ 6 ບ້ານ ໃນເຂດລ້ອງລີກເຂົ້າຮ່ວມ, ເຊິ່ງໄດ້ລົງພົບປະໂຄສະນາຫາສຽງ ໃນວັນທີ 18 ກຸມພາ 2026 ທີ່ຜ່ານມາ. 

ການໂຄສະນາຫາສຽງຄັ້ງນີ້, ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນສະເໜີຊື່ ແລະ ປະ ຫວັດການເຄື່ອນໄຫວຂອງຕົນໃນໄລຍະຜ່ານມາ ພ້ອມທັງສະເໜີຈຸດປະສົງໃນການລົງເຄື່ອນໄຫວ. ພ້ອມນັ້ນ, ຜູ້ສະໝັກຍັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງໄດ້ຮ່ວມຈິດຮ່ວມໃຈເຂົ້າຮ່ວມຂະບວນການເລືອກຕັ້ງຄັ້ງນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ, ເລືອກໄດ້ຜູ້ສະໝັກທີ່ມີມາດຕະຖານເງື່ອນໄຂຄົບຖ້ວນ, ມີຄວາມຮູ້ຄວາມ ສາມາດ, ມີວິໄສທັດທີ່ກວ້າງໄກ ເພື່ອມາເປັນຕົວແທນໃຫ້ປະຊາຊົນ ເຂົ້າໄປຢູ່ໃນສະພາແຫ່ງຊາດ ແລະ ສະພາ ປະຊາຊົນແຂວງ.

ສຳລັບເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈໍານວນ 14 ທ່ານ ຍິງ 5 ທ່ານ ທີ່ຈະໄດ້ປ່ອນບັດເລືອກຕັ້ງເອົາ 10 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກ ສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງແກ້ວອຸດົມ ມີຈໍານວນ 7 ທ່ານ ຍິງ 1 ທ່ານ ທີ່ຈະໄດ້ປ່ອນ ບັດເລືອກຕັ້ງເອົາ 5 ທ່ານ ໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້.

ແຫຼ່ງຂ່າວຈາກ: ປະຊາຊົນ

Related Articles

Leave a Reply