ຜູ້ຮັບສະໝັກສະມາຊິກສະພາປະຊາຊົນລົງໂຄສະນາຫາສຽງໃນເມືອງຫາດຊາຍຟອງ

ຜູ້ຮັບສະໝັກສະມາຊິກສະພາປະຊາຊົນລົງໂຄສະນາຫາສຽງໃນເມືອງຫາດຊາຍຟອງ

ຜູ້ຮັບສະໝັກສະມາຊິກສະພາປະຊາຊົນ ຊຸດທີ V ເຂດເມືອງຫາດຊາຍຟອງ ໄດ້ລົງ ໂຄສະນາຫາສຽງຢູ່ຂັ້ນບ້ານ ແລະ ສະຖາບັນການສຶກສາ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເມື່ອມໍ່ໆມານີ້ ທີ່ວັດບ້ານ ນາໄຫ ແລະ ສະຖາບັນການເງິນດົງຄຳຊ້າງ.

ຜູ້ຮັບສະໝັກທັງ 7 ທ່ານ ໄດ້ຂຶ້ນແນະນໍາຊື່, ຄວາມຮູ້ຄວາມສາມາດ ພ້ອມທັງແນວຄິດ ແລະ ນະໂຍບາຍຂອງຕົນມາເຜີຍແຜ່ໃຫ້ປະຊາຊົນຜູ້ມີສິດລົງຄະແນນໃຫ້ຮັບຮູ້ເພື່ອເປັນຊ່ອງທາງກ່ອນທີ່ຈະເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດມາບໍລະຫານ ຫຼື ພັດທະນາບ້ານເມືອງ.

ໃນໂອກາດດັ່ງກ່າວ, ເລຂາພັກບ້ານ ນາຍບ້ານ ນາໄຫ ໃນນາມ ຄະນະຜູ້ຮັບຊອບການເລືອກຕັ້ງຢູ່ບ້ານ ນາໄຫ ໄດ້ກ່າວວ່າ: ບ້ານ ພວກເຮົາມີຄວາມພ້ອມ 100 ເປີເຊັນໃນເລືອກຕັ້ງຄັ້ງນີ້ບໍ່ວ່າຈະເປັນສະຖານທີ່, ບຸກຄະລາກອນ ແລະ ອື່ນໆ ສໍາລັບການເລືອກຕັ້ງທີ່ຈະໄດ້ຈັດຂຶ້ນໃນວັນອາທິດວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້. 

ຕໍ່ມາໃນວັນທີ 15 ກຸມພາ, ຜູ້ຮັບສະໝັກສະມາຊິກສະພາປະຊາຊົນ ຊຸດທີ V ໄດ້ລົງໂຄສະນາຫາສຽງ ຢູ່ວັດບ້ານດອນດູ່, ບ້ານບໍໂອ, ບ້ານກາງ ແລະ ບ້ານພ້າວ ເມືອງຫາດຊາຍຟອງ. 

Related Articles

Leave a Reply