ພຣະທາດໂຜ່ນ ແລະ ຜາສາດເຮືອນຫີນໄດ້ກາຍເປັນມໍລະດົກແຫ່ງຊາດ ລະດັບຊາດ

ພຣະທາດໂຜ່ນ ແລະ ຜາສາດເຮືອນຫີນໄດ້ກາຍເປັນມໍລະດົກແຫ່ງຊາດ ລະດັບຊາດ

ພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ພ້ອມດ້ວຍພື້ນທີ່ບໍລິເວນອ້ອມຂ້າງ ຖືກຮັບຮອງເປັນມໍລະດົກແຫ່ງຊາດ ລະດັບຊາດ ທາງດ້ານວັດທະນະທຳ ໂດຍມີພິທີ ຮັບຮອງເອົາຢ່າງເປັນທາງການ ໃນມື້ວານນີ້ ທີ່ບ້ານໂພນທາດ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ເຂົ້າຮ່ວມ.

ອົງພຣະທາດໂຜ່ນ ເປັນປູຊະນີຍະສະຖານອັນລໍ້າຄ່າ ແລະ ສັກສິດຄູ່ບ້ານຄູ່ເມືອງມາແຕ່ບູຮານນະການ ຊຶ່ງຕາມຕຳນານໄດ້ກ່າວວ່າສ້າງຂຶ້ນໃນປີ ພສ 118 ດ້ວຍຫີນເຂົ້າຈີ່ ມີຮູບຊົງເປັນທາດອຸບມຸງ ແລະ ມີອາຍຸເກົ່າແກ່ກວ່າ 2.500 ປີ.

ແຫຼ່ງຂ່າວຈາກ ແຂວງສະຫວັນນະເຂດ

 

Related Articles

Leave a Reply