ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ໃນວັນທີ 18 ກຸມພາ 2021 ທີ່ຜ່ານມາວ່າ: ປັດຈຸບັນນີ້ ພະຍາດໂຄວິດ-19 ຊະນິດກາຍພັນກຳລັງລະບາດເປັນວົງກ້ວາງໃນຫຼາຍປະເທດ ເນື່ອງຈາກຊະນິດກາຍພັນນີ້ ສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ງ່າຍຂຶ້ນ ແລະ ໄວກວ່າເກົ່າ ເຮັດໃຫ້ການຄວບຄຸມການລະບາດຂອງພະຍາດດັ່ງກ່າວອາດພົບຄວາມຫຍຸ້ງຍາກຂຶ້ນ, ເພື່ອສະກັດກັ້ນບໍ່ໃຫ້ເກີດການລະບາດ ແລະ ຂະຫຍາຍເປັນວົງກວ້າງ ໃນປະເທດລາວ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 111/ຫສນຍ, ລົງວັນທີ 01 ກຸມພາ 2021 ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ຢ່າງເຄັ່ງຄັດ, ພ້ອມດຽວກັນກໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເປັນຕົ້ນແມ່ນ ການສວມໃສ່ຜ້າອັດປາກ-ດັງ ເມື່ອເດີນທາງອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ, ຮັກສາມາລະຍາດໃນການໄອ-ຈາມ, ຮັກສາໄລຍະຫ່າງທາງ ສັງຄົມ 1-2 ແມັດຂຶ້ນໄປ, ກິນອາຫານທີ່ປຸງແຕ່ງສຸກໃໝ່ໆ, ບໍ່ໃຊ້ສິ່ງຂອງຮ່ວມກັນ, ອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີ ເມື່ອທ່ານກັບຮອດບ້ານ.
ສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ຮອດວັນທີ 18 ກຸມພາ 2021 ນີ້, ທົ່ວໂລກມີການລາຍງານການລະບາດຂອງພະຍາດໂຄວິດ-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມ 110.405.111 ຄົນ, ເສຍຊິວິດສະສົມ 2.439.086 ຄົນ ແລະ ປີ່ນປົວຫາຍດີ 85.302.782 ຄົນ ຊຶ່ງປະເທດທີ່ມີລາຍງານການຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ ແມ່ນ ສະຫະລັດອາເມຣິກາ ມີຜູ້ຕິດເຊື້ອສະສົມ 28.448.727 ຄົນ ແລະ ເສຍຊີວິດສະສົມ 502.088 ຄົນ, ອັນດັບ 2 ແມ່ນ ປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ 10.949.546 ຄົນ.
ສຳລັບບັນດາກຸ່ມປະເທດອາຊຽນ, ປະເທດ ອິນໂດເນເຊຍ ແມ່ນມີຜູ້ຕິດເຊື້ອສະສົມ ສູງກວ່າໝູ່ , ຖັດລົງມາແມ່ນປະເທດ ຟີລິບປິນ, ມາເລເຊຍ, ມຽນມາ ຕາມລຳດັບ.
ສະເພາະຢູ່ ສປປ ລາວມີຜູ້ຕິດເຊື້ອສະສົມ 45 ຄົນ ໃນນີ້ 41 ຄົນໄດ້ປິ່ນປົວຫາຍດີ ແລະ ກັບບ້ານແລ້ວ ຍັງພຽງແຕ່ 4 ຄົນທີ່ຍັງນອນປິ່ນປົວຢູ່ໂຮງໝໍ.
ຂ່າວ: ວຽງຈັນທາຍ

