ພັກ-ລັດ ຕັ້ງກອງບຸນ 13 ກອງ ເພື່ອອຸທິດໃຫ້ດວງວິນຍານທ່ານ ປະທານ ໄກສອນ ພົມວິຫານ

ພັກ-ລັດ ຕັ້ງກອງບຸນ 13 ກອງ ເພື່ອອຸທິດໃຫ້ດວງວິນຍານທ່ານ ປະທານ ໄກສອນ ພົມວິຫານ

 ການນຳພັກ, ລັດ ນຳໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວໄດ້ຕັ້ງກອງບຸນ 13 ກອງ ເມື່ອວັນທີ 12 ທັນວາ 2020 ທີ່ຜ່ານມາ ຢູ່ ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ​ເພື່ອອຸທິດໃຫ້ດວງວິນຍານ ທ່ານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດຄົບຮອບ 100 ປີ (13/12/1920-13/12/2020).
ໃນງານຕັ້ງກອງບຸນດັ່ງກ່າວໄດ້ມີການໂມທະນາ, ຟັງທຳມະເທດສະໜາ ໂດຍມີ ພະສົງ 113 ອົງ, ນອກນັ້ນຍັງມີການສາຍຮູບເງົາ ມູນເຊື້ອປະຫວັດ ແລະ ການເຄື່ອນໄຫວ ຂອງ ທ່ານປະທານ ໄກສອນ ພົມ ວິຫານ ​ແລະ ຄົບງັນຕາມ​ຮີດຄອງ​ປະ​ເພນີ ​ໂດຍ​ໄດ້​ມີ​ການເສບດົນຕີພື້ນເມືອງລາວ ແລະ ຂັບລຳທ້ອງຖິ່ນຕ່າງໆ ເພື່ອສ້າງບັນຍາກາດ.
ການຈັດກອງບຸນ​ ໃນຄັ້ງນີ້, ເພື່ອອຸທິດສ່ວນບຸນກຸສົນ ທັງເປັນການສະແດງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ຂອງປະທານ ໄກສອນ ພົມວິຫານ ວິລະບູລຸດຜູ້ຍິ່ງໃຫຍ່ ​ເຊິ່ງໄດ້ອຸທິດສະຕິປັນຍາ ແລະ ຍອມເສຍສະຫຼະຜົນປະ ໂຫຍດສ່ວນຕົວເພື່ອປະເທດຊາດ ແລະ ການປະຕິວັດໃນໄລຍະຜ່ານມາ ຈົນສາມາດປົດປ່ອຍປະ ເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາເປັນສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນມາຮອດປັດຈຸບັນ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

Related Articles

Leave a Reply