ປັດຈຸບັນນີ້, ຟາມພູຕາເວັນໄດ້ມີການປັບປຸງ ແລະ ເພີ່ມກິດຈະກໍາຫຼາຍຢ່າງຊຶ່ງປະກອບມີການປັບປຸງ ສະຖານທີ່, ສວນສັດ (ໝູປ່າ, ມ້າ, ນົກກະຈອກເທດ ແລະ ກະຕ່າຍ), ມີຮ້ານອາຫານພື້ນບ້ານ ແລະ ປູກດອກຕາເວັນເປັນຈໍານວນຫຼາຍ ເພື່ອດຶງດູດນັກທ່ອງທ່ຽວພາຍໃນປະເທດໃນຍຸກທີ່ ມີການແຜ່ລະບາດຂອງພະຍາດໂຄວິດ-19 ຫຼື ໃນຍຸກລາວທ່ຽວລາວ ຊຶ່ງດອກຕາເວັນກໍາລັງເບັ່ງ ບານ ຢ່າງສວຍງາມໃນປັດຈຸບັນນີ້.
ຟາມພູຕາເວັນ ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມແຫ່ງໜຶ່ງຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຊຶ່ງຕັ້ງຢູ່ ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ເປີດໃຫ້ບໍລິການເຂົ້າທ່ຽວຊົມທຸກໆມື້ ເລີ່ມແຕ່ເວລາ 7:00-18:00 ໂມງ, ສຳລັບຄ່າເຂົ້າຊົມສວນແມ່ນ 15.000 ກີບຕໍ່ຄົນ.
ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19, ນັກທ່ອງທ່ຽວທຸກຄົນທີ່ຈະເຂົ້າໃນ ຟາມຕ້ອງໄດ້ ມີການວັດແທກອຸນຫະພູມ ແລະ ຜ່ານຕູ້ຂ້າເຊື້ອອະນາໄມຮ່າງກາຍ.
ກິດຈະກໍາທີ່ນັກທ່ອງທ່ຽວຈະໄດ້ສໍາຜັດໃນເວລາທີ່ມາທ່ຽວຊົມສວນດັ່ງກ່າວນີ້ ປະກອບມີການທ່ຽວຊົມໂຄມໄຟ, ຖ່າຍຮູບລົດມ້າ, ທ່ຽວຊົມດອກໄມ້ນາໆຊາດ, ທ່ຽວຊົມດອກຕາເວັນ, ສວນສັດ, ອາຫານທີ່ຫຼາກຫຼາຍ, ມີພະສຸກຈໍາລອງໃຫ້ກາບ ໄຫວ້ສັກກາລະບູຊາ, ມີໂຊນຕັ້ງແຄັມ ໂດຍຈະມີເຕັນໃຫ້ເຊົ່າ 2 ຮູບແບບ ຄື: ເຕັນນອນ 2 ຄົນ ລາຄາ 80.000 ກີບຕໍ່ຄືນ ແລະ ເຕັນນອນ 3 ຄົນ ລາຄາ 120.000 ກີບຕໍ່ຄືນ, ມີລົດໄຟຟ້າໃຫ້ເຊົ່າຄັນໜຶ່ງ 20.000 ກີບ ແລະ ລົດຖີບໃຫ້ເຊົ່າ 15.000 ກີບຕໍ່ຄັນຕໍ່ມື້ ແລະ ກິດຈະກໍາອື່ນໆ.
ຂ່າວ-ພາບ: ສົມຫວັງ

