ມອບ-ຮັບ ໂຄງການແສງສະຫວ່າງໃນເທດສະບານນະຄອນຫຼວງວຽງຈັນ

ມອບ-ຮັບ ໂຄງການແສງສະຫວ່າງໃນເທດສະບານນະຄອນຫຼວງວຽງຈັນ

ໂຄງການປັບປຸງ ລະບົບນ້ຳພຸສວນປະຕູໄຊ, ການຍົກລະດັບ ແລະ ປັບປຸງລະບົບແສງສະຫວ່າງໄຟ ເຍືອງ ທາງ 7 ເສັ້ນໃນເທດສະບານນະຄອນຫຼວງວຽງຈັນ ຊຶ່ງປະກອບມີຖະໜົນລ້ານຊ້າງ, ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນໄກສອນ ພົມວິຫານ, ຖະໜົນເສດຖາທິລາດ-ແຄມຂອງ, ຖະໜົນແຄມຂອງ ແລະ  ຖະໜົນເຈົ້າຟ້າງຸ່ມ ນອກນັ້ນຍັງໄດ້ຕິດຕັ້ງລະບົບກ້ອງວົງຈອນປິດໃສ່ສວນປະຕູໄຊ ແລະ ເສັ້ນທາງ   7 ເສັ້ນ ຈຳນວນ 22 ຈຸດ ລວມ 40 ໜ່ວຍ ແລະ ປັບປຸງຫ້ອງຄວບຄຸມ, ຕິດຕັ້ງລະບົບຄວບຄຸມໄຟເຍືອງທາງ ແບບລວມສູນທີ່ທັນສະໄໝ ຢູ່ຊັ້ນ 1 ຂອງຫ້ອງການ ຄຸ້ມຄອງ ແລະ ບໍລິການຕົວເມືອງ ນະຄອນຫຼວງວຽງຈັນ ໄດ້ມີການກໍ່ສ້າງສໍາເລັດ ແລະ ມີພິທີມອບ-ຮັບເມື່ອບໍ່ດົນມານີ້.

ໂຄງການດັ່ງກ່າວນີ້ໄດ້ຮັບການຊ່ວຍເຫຼືອລ້າ ຈາກລັດຖະບານ ສປ ຈີນເພື່ອເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນຈີນ ມອບໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອ ຄຳນັບຊົມເຊີຍວັນຊາດທີ 2 ທັນວາ, ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.

Related Articles

Leave a Reply