ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ແຈ້ງໃຫ້ຮູ້ມື້ເຊົ້າວັນອາທິດ ວັນທີ 22 ມິຖຸນາ ນີ້ ກ່ຽວກັບຈໍານວນຜູ້ເດິນທາງ ເຂົ້າມາລາວ ແລະ ສະພາບເຝົ້າລະວັງພະຍາດໂຄວິດ-19 ປະຈໍາ ວັນເສົາທີ 21 ມິຖຸນາ ປີ 2020 ວ່າ: ຮອດ 5 ໂມງແລງ ຂອງວັນທີ 20 ມິຖຸນາ 2020 ມີຜູ້ເດີນທາງເຂົ້າມາ ສປປ ລາວທັງໝົດ 2,106 ຄົນໂດຍເຂົ້າມາຜ່ານດ່ານຕ່າງໆໃນຂອບເຂດທົ່ວປະເທດ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ທັງໝົດ 264 ຄົນ, ໃນນັ້ນ ມີຜູ້ອອກແຮງງານລາວມາແຕ່ໄທ 140 ຄົນ ແລະ ແຮງງານຈີນເຂົ້າມາລາວ (ນະຄອນຫຼວງວຽງຈັນ) 124 ຄົນ. ຜົນກວດທັງໝົດແມ່ນບໍ່ພົບເຊື້ອ ແຕ່ໄດ້ຖືກກັກໂຕຢູ່ສູນກັກກັນທັງໝົດ.
ຄະນະສະເພາະກິດແຈ້ງໃຫ້ຮູ້ຕື່ມອີກວ່າ: ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 20 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 12,486 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (70 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 91 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2,853 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ຂ່າວ: ວຽງຈັນທາຍ
ພາບປະກອບ

