ມູນຄ່າການສົ່ງອອກປີ 2024 ສ້າງສະຖິຕິສູງສຸດໃນຮອບ 3 ປີ

ມູນຄ່າການສົ່ງອອກປີ 2024 ສ້າງສະຖິຕິສູງສຸດໃນຮອບ 3 ປີ

ມູນຄ່າການສົ່ງອອກ ແລະ ດຸນການຄ້າຂອງ ສປປ ລາວ ໃນປີ 2024 ແມ່ນຖືວ່າຢູ່ໃນລະດັບສູງສຸດ ເມື່ອທຽບກັບສະຖິຕິຂອງປີ 2023 ແລະ ປີ 2025.

ລາຍລະອຽດດັ່ງ​ລຸ່ມນີ້ ແມ່ນ​ລະ​ບຸ​ ຢູ່​ໃນ​ເວບ​ໄຊ​ ຂອງ​ກົມ​ການ​ຄ້າ​ຕ່າງ​ປະ​ເທດ ຂອງ ກ​ພະ​ຊວງ​ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ:

  • ປີ 2024 (ປີທີ່ສູງສຸດ):
    • ມູນຄ່າການສົ່ງອອກ: 9,926.54 ລ້ານໂດລາ
    • ມູນຄ່າການນຳເຂົ້າ: 8,388.67 ລ້ານໂດລາ
    • ເກີນດຸນການຄ້າ: 1,537.88 ລ້ານໂດລາ
  • ປີ 2023:
    • ມູນຄ່າການສົ່ງອອກ: 8,368.57 ລ້ານໂດລາ
    • ມູນຄ່າການນຳເຂົ້າ: 7,188.60 ລ້ານໂດລາ
    • ເກີນດຸນການຄ້າ: 1,179.96 ລ້ານໂດລາ
  • ປີ 2025 (ຕົວເລກຄາດຄະເນ):
    • ມູນຄ່າການສົ່ງອອກ: 9,563.03 ລ້ານໂດລາ
    • ມູນຄ່າການນຳເຂົ້າ: 9,651.83 ລ້ານໂດລາ
    • ຂາດດຸນການຄ້າ: 88.81 ລ້ານໂດລາ

-ໂດຍ ມະ​ນີ​ຈັນ

Related Articles

Leave a Reply